ຫວຽດນາມຊີ້ແຈ້ງບົດບາດຂອງແມ່ຍິງໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ

(VOVWORLD) -ຫວຽດນາມຕີລາຄາສູງບັນດາໝາກຜົນທີ່ບັນລຸໄດ້ໃນການປະຕິບັດໂຄງການດຳເນີນງານ “ ແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງ: ຮັບປະກັນການຜັນຂະຫຍາຍຢ່າງຄົບຖ້ວນ ”
ຫວຽດນາມຊີ້ແຈ້ງບົດບາດຂອງແມ່ຍິງໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງ - ảnh 1 ທ່ານນາງເອກອັກຄະລັດຖະທູດຫວຽກນາມ ຫງວຽນເຟືອງງາ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສ.ປ.ຊ

ຖະແຫຼງການນີ້ໂດຍທ່ານນາງເອກອັກຄະລັດຖະທູດຫວຽກນາມ ຫງວຽນເຟືອງງາ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສ.ປ.ຊ ຍົກອອກມາໃນວາລະປຶກສາຫາລືເປີດກ່ຽວກັບແມ່ຍິງ, ສັນຕິພາບ ແລະ ຄວາມໝັ້ນຄົງຂອງສະພາຄວາມໝັ້ນຄົງ ສ.ປ.ຊ ທີ່ໄດ້ຈັດຂຶ້ນໃນທ້າຍອາທິດແລ້ວນີ້. ທ່ານນາງເອກອັກຄະລັດຖະທູດຫວຽກນາມ ຫງວຽນເຟືອງງາ ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສ.ປ.ຊ ໄດ້ຮຽກຮ້ອງໃຫ້ເພີ່ມທະວີຄວາມມານະພະຍາຍາມລວມເພື່ອຮັບປະກັນຄວາມສົນໃຈ ແລະ ຜົນປະໂຫຍດຂອງແມ່ຍິງທີ່ໄດ້ຮັບການສ່ອງແສງ ແລະ ຕອບສະໜອງ, ປະສານປັດໄຈຍິງ-ຊາຍໃນທຸກໆຂົງເຂດສ້າງສັນຕິພາບ ແລະ ສະກັດກັ້ນການປະທະກັນ. 

ຕອບກັບ

ຂ່າວ/ບົດ​ອື່ນ