ຫວຽດນາມຍົກສູງຈຸດສຸມການເຊື່ອມໂຍງກັບສາກົນໃນນະໂຍບາຍການຕ່າງປະເທດ

ຫວຽດນາມຍົກສູງຈຸດສຸມການເຊື່ອມໂຍງກັບສາກົນໃນນະໂຍບາຍການຕ່າງປະເທດ - ảnh 1
ການເຮັດວຽກລະຫວ່າງ 2 ຝ່າຍ
(ພາບ: Đỗ Sinh/Vietnam+)

(vovworld) - ​ໃນ​ການ​ຢ້ຽມຢາມ ອັງກິດ ​ເພື່ອ​ເຂົ້າ​ຮ່ວມ​ການ​ເຈລະຈາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອັງກິດ ຄັ້ງ​ທີ 5, ຕອນ​ບ່າຍ​ວັນ​ທີ 7/3, ທ່ານ ບູ່​ຍ​ແທງ​ເຊີນ, ​ລັດຖະມົນຕີຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ມີ​ບົດ​ປາຖະກະຖາ ຢູ່​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ສາກົນ ​ແຫ່ງລາຊະ​ອານາຈັກ ອັງກິດ ກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ກັບ​ສາກົນ​ຂອງ ຫວຽດນາມ. ທ່ານ ລັດຖະມົນຕີຊ່ວຍ​ວ່າການ ບູ່​ຍ​ແທງ​ເຊີນ ຢືນຢັນ​ວ່າ, ການ​ເຊື່ອມ​ໂຍງ​ກັບ​ສາກົນ ​ແມ່ນ​ຈຸດ​ສຸມ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ໃນ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ ຫວຽດນາມ ​ໃນ​ປະຈຸ​ບັນ ​ແລະ ​ໃນ​ຫຼາຍ​ປີ​ຈະ​ມາ​ເຖິງ. ປະຈຸ​ບັນ, ຫວຽດນາມ ​ມີ 15 ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ 10 ຄູ່​ຮ່ວມ​ມື​ຮອບດ້ານ, ​ເປັນ​ສະມາຊິກ​ຕັ້ງໜ້າ, ມີ​ຄວາມ​ຮັບຜິດຊອບ ດ້ວຍ​ການ​ປະກອບສ່ວນ​ແທດ​ຈິງ​ຫຼາຍ​ຢ່າງ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາ​ຄົມ​ສາກົນ, ພິ​ເສດ​ແມ່ນ​ໃນ​ອາ​ຊຽນ, ​ເວທີ​ປາ​ໄສ​ຮ່ວມ​ມື ອາຊີ - ​ເອີ​ລົບ (ອາ​ແຊມ), ສະພາ​ສິດ​ທິມະນຸດ, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ… ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ຂໍ້​ຕົກລົງ​ດ້ານ​ການ​ຄ້າ​ເສລີ (FTA).

ທ່ານ ລັດຖະມົນຕີຊ່ວຍ​ວ່າການ ບູ່​ຍ​ແທງ​ເຊີນ ​ເນັ້ນ​ໜັກ​ວ່າ, ​ໃນ​ວິວັດ​ແຫ່ງ​ການ​ເປີດ​ປະຕູ ​ແລະ ​ເຊື່ອມ​ໂຍງ​ຂອງ​ຕົນ, ຫວຽດນາມ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ບົດບາດ​ຂອງ​ອັງກິດ ​ແລະ ປາຖະໜາ​ຢາກ​ຮ່ວມ​ມື​ຮອບດ້ານ​ກັບ​ ອັງກິດ​ໃນ​ທຸກ​ຂົງ​ເຂດ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ສຸມ​ໃສ່​ເຂົ້າ​ໃນ​ການ​ປະຕິບັດ 7 ບຸລິ​ມາ​ສິດ ​ເຊິ່ງ​ໄດ້​​ເປັນ​ເອກະ​ພາບ​ນຳ​ກັນ​ໃນ​ການ​ຢ້ຽມຢາມ ຫວຽດນາມ ​ຂອງ​ທ່ານ ນາຍົກລັດຖະມົນຕີ ອັງກິດ David Cameron ​ເມື່ອ​ເດືອນ 7/2015, ​ເຊິ່ງລວມມີ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ - ຍຸດ​ທະ​ສາດ, ການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຄ້າ - ການ​ລົງທຶນ, ການ​ຮ່ວມ​ມື​ພັດທະນາ, ການ​ສຶກາ - ບຳລຸງສ້າງ - ວັດທະນະທຳ, ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ, ການ​ອອກ​ແຮງ​ງານ.

 

ຂ່າວ/ບົດ​ອື່ນ