ຫວຽດນາມຍົກສູງປະສິດທິຜົນການນຳໃຊ້ທຶນODA

ຫວຽດນາມຍົກສູງປະສິດທິຜົນການນຳໃຊ້ທຶນODA - ảnh 1
ຂົວ​ໄດ້​ຮັບ​ການກໍ່​ສ້າງ​ຈາກ​ທຶນ ODA
(ພາບ​ປະ​ກອບ)

(vovworld) – ຕາມ​ບົດ​ລາຍ​ງານ​ຂອງ​ຫ້ອງວ່າການ​ຄະນະຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ທຶນ ODA (ທຶນ​ໜູນ​ຊ່ວຍ​ພັດທະນາ​ຢ່າງ​ເປັນ​ທາງ​ການ) ​ແລະ ທຶນ​ກູ້​ຢືມ​ແບບ​ພິ​ເສດ, ການ​ປ່ອຍ​ເງິນ​ທຶນ ODA ​ແລະ ທຶນ​ກູ້​ຢືມ​ແບບ​ພິ​ເສດ​ປີ 2014 ບັນລຸ​ປະມານ 5,6 ຕື້ USD. ບັນດາ​ນັກ​ອຸປະຖຳທີ່​ມີ​ຂອບ​ຂະໜາດ​ໃຫຍ່​ຍັງ​ຄົງ​ສືບ​ຕໍ່​ຮັກສາ​ການປ່ອຍ​ເງິນຢູ່ລະດັບສູງຄື ຍີ່ປຸ່ນ (JICA) ກ່ວາ 1,770 ຕື້ USD, ທະນາຄານ​ໂລກ​ເກືອບ 1,390 ຕື້ USD…​ໂຄງ       ການ​ລົງທຶນ​ທີ່​ມີ​ຂອບ​ຂະໜາດ​ໃຫຍ່ຈຳນວນ​ໜຶ່ງກໍ່​ໄດ້​ປະກອບສ່ວນ​ເຂົ້າ​ໃນ​    ລະດັບ​ປ່ອຍ​ເງິນ​ຄື​ໂຄງ​ການ​ກໍ່​ສ້າງທ່າ​ອາກາດ​ສະຍານT2 - ທ່າ​ອາກາດ   ​ສະຍານໂນ້ຍບ່າຍ, ​ໂຄງການ​ພື້ນຖານ​ໂຄງ​ລ່າງ​ຄົມມະນາຄົມ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ, ​ໂຄງການ​ສະໜອງ​ນ້ຳ​ສະອາດ ​ແລະ ອະນາ​ໄມ​ສິ່ງ​ແວດ​ລ້ອມ​ຊົນນະບົດ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ, ​ໂຄງການ​ລົງທຶນ​ກໍ່ສ້າງ​ໂຮງງານ​ໄຟຟ້າ​ໃຊ້​ຄວາມ​ຮ້ອນ​ໂອ​ມົນ​ເລກ 2 ​ແລະ ​ເຄືອ​ຂ່າຍສາຍ​ສົ່ງ​ໄຟຟ້າເຂດ​ທົ່ງພຽງ​ແມ່​ນ້ຳຂອງທາງ​ພາກ​ໃຕ້​ຂອງ​ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂອງ​ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ ODA ​ແລະ ທຶນ​ກູ້​ຢືມ​ແບບ​ພິ​ເສດ, ​ເຊິ່ງ​ໄດ້​ດຳ​ເນີນ​ໄປ​ໃນ​ວັນ​ທີ 3/2, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ ຈຸ​ງຫາຍ ​ໃຫ້​ຮູ້​ວ່າ: ໜ້າ​ທີ່​ທຳ​ອິດຂອງ​ປີ 2015 ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ ODA ​ແລະ ທຶນ​ກູ້​ຢືມ​ແບບ​ພິ​ເສດ​ແມ່ນ​ ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ເພື່ອ​ ​ປ່ອຍ​ເງິນ ​ແລະ ການນຳ​ໃຊ້​ແຫຼ່ງທຶນ​ຫວຽດນາມ​ ທີ່​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ ​ເຊິ່ງ​ໄດ້​ລົງ​ນາມ​ກັບ​ບັນດາ​ນັກ​ອຸປະຖຳ​ຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ຮອງ​ນາຍົກ ລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ຮຽກຮ້ອງ​ໃຫ້​ບັນດາ​ສະມາຊິກກະຊວງ, ຂະ​ແໜງ​ການ​ໃນ​ຄະນະ​ຊີ້​ນຳຕ້ອງ​ກຳ​ນົດ​​ໜ້າ​ທີ່​ຈຸດ​ສຸມ, ບຸລິມະສິດ, ຜ່ານ​ນັ້ນ​ສືບ​ຕໍ່​ດຶງ​ດູດ, ຍົກ​ສູງ​ປະສິດທິ​ຜົນ​​ການ​ນຳ​ໃຊ້​ແຫຼ່ງທຶນ.
ຂ່າວ/ບົດ​ອື່ນ