ຫວຽດ​ນາມ-ຍີ່​ປຸ່ນ ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ອຸດ​ສາ​ຫະ​ກຳ ແລະ ພະ​ລັງ​ງານ

(VOVWORLD) -ສະໄໝປະຊຸມທີ 4 ຄະນະກຳມະການປະສົມ ຫວຽດນາມ-ຍີ່ປຸ່ນ ກ່ຽວກັບການຮ່ວມມື ດ້ານການຄ້າ, ອຸດສາຫະກຳ ແລະ ພະລັງງານ ຫາກໍ່ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 7 ສິງຫາຕາມຮູບການອອນລາຍ ໂດຍມີການເປັນປະທານຮ່ວມຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ເຈິ່ນຕວັນແອງ ແລະ ທ່ານລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ Kajiyama Hiroshi.
ຫວຽດ​ນາມ-ຍີ່​ປຸ່ນ ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ອຸດ​ສາ​ຫະ​ກຳ ແລະ ພະ​ລັງ​ງານ - ảnh 1

ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າຫວຽດນາມ ເຈິ່ນຕວັນແອງ ເປັນປະທານກອງປະຊຸມຢູ່ຮ່າໂນ້ຍ (ພາບ: TTXVN)

  ລັດຖະມົນຕີສອງທ່ານໄດ້ເຫັນດີເປັນເອກະສັນ ກ່ຽວກັບການຮ່ວມມືດ້ານການຄ້າ, ອຸດສາຫະກຳ ແລະ ພະລັງງານລະຫວ່າງສອງຝ່າຍໃນໄລຍະຈະມາເຖິງ ຕ້ອງຕິດແທດກັບບັນດາເປົ້າໝາຍຂອງຖະແຫຼງການຮ່ວມ ຂອງບັນດາທ່ານລັດຖະມົນຕີກະຊວງເສດຖະກິດ ສະຫະສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ)-ຍີ່ປຸ່ນ ກ່ຽວກັບຂໍ້ລິເລີ່ມຟື້ນຟູເສດຖະກິດ ຮັບມືກັບໂລກລະບາດໂຄວິດ-19 ແລະ ແຜນການດຳເນີນງານຟື້ນຟູເສດຖະກິດອາຊຽນ-ຍີ່ປຸ່ນ.

   ກ່ຽວກັບການຊຸກຍູ້ການຫັນປ່ຽນດີຈີຕອນ ແລະ ພັດທະນາອຸດສາຫະກຳຄັ້ງທີ 4, ລັດຖະມົນຕີສອງທ່ານ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມລວມ ໃນການນຳໃຊ້ບັນດາເຕັກໂນໂລຊີເຕັກນິກດີຈີຕອນໃໝ່ ແລະ ເພີ່ມທະວີການເຂົ້າຮ່ວມຂອງບັນດາວິສາຫະກິດເລີ່ມດຳເນີນທຸລະກິດ.

   ໃນຂົງເຂດພະລັງງານ, ລັດຖະມົນຕີສອງທ່ານ ຢືນຢັນຄືນໃໝ່ຄວາມສຳຄັນຂອງລະບົບພະລັງງານມີຄວາມສາມາດຟື້ນຟູກັບແຫຼ່ງສະຫຼອງພະລັງານສະອາດ ແລະ ລາຄາເໝາະສົມ, ເປັນປົກກະຕິ ໃນການໜູນຊ່ວຍບັນດາການເຄື່ອນໄຫວເສດຖະກິດ ແລະ ວິທີການນຳໃຊ້ທຸກແຫຼ່ງພະລັງງານ, ເຕັກໂນໂລຊີ. ສອງຝ່າຍກໍ່ເຫັນດີເປັນເອກະສັນຈະເພີ່ມທະວີການຮ່ວມມືປະເຊີນໜ້າກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ