ຫວຽດນາມ-ຍີ່ປຸນລົງນາມໃນຂໍ້ຕົກລົງຮ່ວມມືກ່ຽວກັບຂົງເຂດກະສິກຳ

ຫວຽດນາມ-ຍີ່ປຸນລົງນາມໃນຂໍ້ຕົກລົງຮ່ວມມືກ່ຽວກັບຂົງເຂດກະສິກຳ - ảnh 1
ພາບ​ປະ​ກອບ:internet

(vovworld) -  ວັນ​ທີ 4/5 ຢູ່ ຮ່າ​ໂນ້ຍ, ທ່ານ ກາວ​ດຶກ​ຟາດ ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ​ໄດ້​​ເຈລະຈາ​ກັບ​ລັດຖະມົນຕີ​ກະຊວງ​ກະສິກຳ ປ່າ​ໄມ້ ການ​ປະມົງ​ຍີ່​ປຸ່ນ Hyashi Yoshimasa ກ່ຽວ​ກັບ​ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ການ​ຮ່ວມ​ມື​ພັດທະນາ​ໃນ​ຂົງ​ເຂດ​ກະສິກຳ, ປ່າ​ໄມ້, ການ​ປະມົງ​ລະຫວ່າງ​ສອງ​ປະ​ເທດ. ລັດຖະມົນຕີ​ທັງ​ສອງ​ທ່ານ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​​ແຫ່ງ​ການ​ແລກປ່ຽນ ​ແລະ ຮ່ວມ​ມື​ໃນ​ຂົງ​ເຂດ​ກະສິກຳ, ປ່າ​ໄມ້, ສິນ​ໃນ​ນ້ຳ ພ້ອມ​ທັງ​ຖື​ວ່າ ຄວນ​ຊຸກຍູ້​ການ​ແລກປ່ຽນ,​ຮ່ວມ​ມື​ກວ່າ​ອີກ ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ທາງ​ດ້ານ​ເສດຖະກິດ​ລະຫວ່າງ​ສອງ​ປະ​ເທດ, ຄ້ຳ​ປະກັນ​ດ້ານ​ສະບຽງ​ອາຫານ. ທ່ານ Hyashi Yoshimasa ຕີ​ລາຄາ​ວ່າ: ຫວຽດນາມ ​ແລະ ຍີ່​ປຸ່ນ ລ້ວນ​ແຕ່​ມີ​ຄວາມ​ສາມາດ​ບ່ົມ​ຊ້ອນ ​ແລະ ທ່າ​ໄດ້​ປຽບ​ສະ​ເພາະ​ເພື່ອ​ສາມາດ​ຊຸກຍູ້​ການ​ຮ່ວມ​ມື​ພັດທະນາ​ດ້ານ​ກະສິກຳ. ທີ່​ການ​ເຈລະຈາ, ລັດຖະມົນຕີ​ທັງສອງ​ທ່ານ​ພ້ອມ​ກັນ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື​​ກ່ຽວ​ກັບ​ຂົງ​ເຂດ​ກະສິກຳ​ລະຫວ່າງ​ສອງ​ກະຊວງ.

 

 

ຂ່າວ/ບົດ​ອື່ນ