ຫວຽດນາມ-ຍີ່ປຸ່ນຮ່ວມມືຢ່າງເລິກເຊິ່ງ,ກວ້າງຂວາງໃນຫຼາຍຂົງເຂດ

ຫວຽດນາມ-ຍີ່ປຸ່ນຮ່ວມມືຢ່າງເລິກເຊິ່ງ,ກວ້າງຂວາງໃນຫຼາຍຂົງເຂດ - ảnh 1
(ປະ​ທານ JICA ຕ້ອນ​ຮັບທ່ານ​ລັດ​ຖະ​ມົນ​ຕີ ຫງວຽນ​ຈິ໋​ຢຸງ)

(vovworld) - ​ວັນ​ທີ 11/04, ຄະ​ນ​ະ​ຜູ້​ແທນ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ໂດຍ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ​ຫວຽດ​ນາມ ຫງວຽນ​ຈິ໋​ຢຸງ ນຳ​ໜ້າ, ໄດ້​ມີ​ບັນ​ດາ​ການ​ພົບ​ປະ ແລະ ເຮັດ​ວຽກ​ກັບ​​ສະ​ຫະ​ພັນ​ສະ​ມ​າ​ຊິກ​ລັດ​ຖະ​ສະ​ພາບ​ມິດ​ຕະ​ພາບ​ຍີ່​ປຸ່ນ - ຫວຽດ​ນາມ, ກະ​ຊວງ​ຄົມ​ມະ​ນາ​ຄົມ​ຜືນ​ແຜ່ນ​ດິນແຫ່ງ​ຊາດ​ຍີ່​ປຸ່ນ ແລະ ບັນ​ດາ​ອົງ​ການ​ຮ່ວມ​ມື​ສາ​ກົນ​ຍ​ີ່​ປຸ່ນ (JICA). ໃນ​ການ​ພົບ​ປະ​ກັບ​ທ່ານ Toshihiro Nikai, ປະ​ທານ​ສະ​ຫະ​ພັນ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ມິດ​ຕະ​ພາບ​ຍີ່​ປຸ່ນ - ຫວຽດ​ນາມ, ເລ​ຂາ​ທິ​ການ​ໃຫຍ່​ພັກ​ປະ​ຊາ​ຊົນ​ເສ​ລີ LDP, ທ່ານ​ລັດ​ຖະ​ມົນ​ຕີ ຫງວຽນ​ຈ​ິ໋​ຢຸງ ປາດ​ຖະ​ໜາ​ວ່າ ລັດ​ຖະ​ບານ​ຍີ່​ປຸ່ນ ຈ​ະ​ສະ​ຫງວນ​ແຫຼ່ງ​ທຶນ ODA ​ດ້ວຍ​ບັນ​ດາ​ເງື່ອນ​ໄຂ​ທີ່​ດີກວ່າ​ອີກ​ໃຫ້​ແກ່​ຫວຽດ​ນາມ.

        ໃນ​ການ​ເຈ​ລະ​ຈາ​​ກັບທ່ານ​ລັດ​ຖະ​ມົນ​ຕີກະ​ຊວງ​ຄົມ​ມະ​ນາ​ຄົມຜືນ​ແຜ່ນດິນແຫ່ງ​ຊາດ​ຍີ່​ປຸ່ນ Kenichi Ishi, ທ່ານ​ລັດ​ຖະ​ມົນ​ຕີ ຫງວຽນ​ຈິ໋​ຢຸງ ​ເນັ້ນ​ໜັກ​ວ່າ, ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂວາງ​ກັບ​ຍີ່​ປຸ່ນ ແລະ ປາດ​ຖະ​ໜາ​ຢາກ​ຊຸກຍ​ູ້​ການ​ພົວ​ພັນ​ດັ່ງ​ກ່າວ​ໃຫ້​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ລັດ​ຖະ​ມົນ​ຕີ ຫງວຽນ​ຈິ໋​ຢຸງ ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທານ JICA Kitaoka Shinichi. ທີ່​ການ​ເຈ​ລະ​ຈາ, ທ່ານ​ລັດ​ຖະ​ມົນ​ຕີ ຫງວຽນ​ຈິ໋​ຢຸງ ສະ​ແດງ​ຄວາມ​ຂອ​ບ​ໃຈ​ຕໍ່​ການ​ໜູນ​ຊ່ວຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຂອງ​ລັດ​ຖະ​ບານ​ຍີ່​ປຸ່ນ ທີ່​ສະ​ຫງວນ​ໃຫ້​ແກ່​ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ, ພິ​ເສດ​ແມ່ນ​ອົງ​ການ JICA ແລະ ຢືນ​ຢັນ​ວ່າ, ​ມີໂຄງ​ການ​ໃຫຍ່​ສຳ​ຄັນ​ຫຼາຍ​ໂຄງ​ການ​ພວມ​ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ທີ່​ດີ​​ໃນ​ວິ​ວັດ​ການ​ພັດ​ທະ​ນາ.

ຕອບກັບ

ຂ່າວ/ບົດ​ອື່ນ