ຫວຽດນາມ-ຍີປຸ່ນເຊື່ອມຕໍ່ດ້ານຄວາມຕ້ອງການຕົວຈິງໃນຂົງເຂດແຮງງານ

(VOVWORLD) -ຕອນບ່າຍວັນທີ 4 ສິງຫາ, ສະຖານທູດຫວຽດນາມປະຈຳຍີປຸ່ນ ແລະ ອຳນາດການປົກຄອງແຂວງ ຊາຍຕາມາ ໄດ້ຈັດກອງປະຊຸມສຳມະນາແນະນຳວຽກເຮັກງານທຳລະຫວ່າງ ແຂວງ ຊາຍຕາມາ ແລະ ນັກສຶກສາຫວຽດນາມ
    ຫວຽດນາມ-ຍີປຸ່ນເຊື່ອມຕໍ່ດ້ານຄວາມຕ້ອງການຕົວຈິງໃນຂົງເຂດແຮງງານ - ảnh 1ທ່ານເອກອັກຄະລັດຖະທູດ ສ.ສ. ຫວຽດນາມປະຈຳຍີປຸ່ນ ຫງວຽນກ໋ວກເກືອງ  ແລະ ຜູ້ວ່າການແຂວງ ຊາຍຕາມາ     

ແມ່ນການເຄື່ອນໄຫວທີ່ມີຄວາມໝາຍ, ປະກອບສ່ວນສ້າງໂອກາດໃຫ້ແກ່ວິສາຫະກິດຍີປຸ່ນ ແລະ ນັກສຶກສາຫວຽດນາມໄດ້ຮູ້ຈັກກ່ຽວກັບຄວາມຕ້ອງການຕົວຈິງໃນຂົງເຂດແຮງງານ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານເອກອັກຄະລັດຖະທູດຫວຽດນາມປະຈຳຍີປຸ່ນ ຫງວຽນກ໋ວກເກືອງ ໃຫ້ຮູ້ວ່າ ແຂວງ ຊາຍຕາມາແມ່ນໜຶ່ງໃນບັນດາແຂວງນຳໜ້າໃນການຊຸກຍູ້ການພົວພັນທຸກດ້ານກັບຫວຽດນາມ. ເດືອນມິຖຸນາທີ່ຜ່ານມາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກໄດ້ມາຢາມ ແຂວງ ຊາຍຕາມາ. ນີ້ກໍແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດຍີປຸ່ນຊອກຫາໄດ້ພາລະກອນເຂົ້າເຮັດວຽກ ທັງແມ່ນໂອກາດທີ່ດີໃຫ້ແກ່ນັກສຶກສາຫວຽດນາມ ໄດ້ຝຶກຝົນຫຼໍ່ຫຼອມບົດຮຽນ, ກໍຄືກຳນົດທິດວຽກງານໃນອະນາຄົດ. 

ຕອບກັບ

ຂ່າວ/ບົດ​ອື່ນ