ຫວຽດນາມ-ຍີ່ປຸ່ນເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ຫວຽດນາມ-ຍີ່ປຸ່ນເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ - ảnh 1
(ທ່ານ​ພົນ​ເອກ ຟູ່ງກວາງ​ແທງ ຕ້ອນຮັບ
ທ່ານລັດຖະມົນຕີ​ວ່າການ​​ປ້ອງ​ກັນ​ປະ​ເທດ ຍີ່ປຸ່ນ Nakatani Gen)

(vovworld) ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ພົນ​ເອກ ຟູ່ງກວາງ​ແທງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ. ທ່ານລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່ປຸ່ນ Nakatani Gen ມາຢ້ຽ​ມຢາມ ຫວຽດນາມ ຢ່າ​ງ​ເປັນ​ທາງການ​ໃນ​ລະຫວ່າງ​ວັນ​ທີ 4 – 7/11. ທີ່​ກາ​ນພົບ​ປະ​ເຈລະຈາ​ລະຫວ່າງທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ຟູ​ງກວາງ​ແທງ ​ແລະ ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ Nakatani Gen ຖື​ກດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 6/11, 2 ຝ່າຍ​ຢືນຢັນ​ວ່າ: ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ເພື່ອ​ປະຕິບັດ “ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ແລະ ກະຊວງ​ປ​້ອງກັນ​ປະ​ເທດ​ ຍີ່ປຸ່ນ ກ່ຽວ​ກັບ​ການ​ຮ່ວມ​ມື ​ແລະ ​ແລກປ່ຽນ​ດ້ານ​ປ້ອງ​ກັນຊາ​ດ 2 ຝ່າຍ”. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ເພີ່ມ​ທະວີ​ບັນດາ​ການ​ຢ້ຽມຢາມ​ຂັ້ນ​ສູງ ​ແລະ ພົບ​ປະ​ແລກປ່ຽນ​ທຸກ​ຂັ້ນ​ລະຫວ່າງ ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ແລະ ກະຊວງ​ປ້ອງ​ກັນ​ປະ​ເທດ ຍີ່ປຸ່ນ; ຍົກ​ສູງ​ບັນດາ​ກົນ​ໄກ​ເຈລະຈາ, ທາ​ບທາມ​ຄຳ​ເຫັນ​ຢ່າງ​ມີ​ປະສິດທິ​ຜົນ; ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ບຳລຸງ​ສ້າງ; ຮັບປະກັນ​ຄວາມ​ເສລີ, ຄວາມ​ສະຫງົບ​ປອດ​ໄພການ​ເດີນ​ທະ​ເລ, ທາງ​ອາ​ກາດ. ຄຽງ​ຄູ່​ກັບ​ການ​ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ 2 ຝ່າຍ, 2 ຝ່າຍ​ເຫັນ​ດີ​ສືບ​ຕໍ່​ຮ່ວມ​ມື​ຕັ້ງໜ້າ​ໃນ​ບັນດາ​ບັນຫາ​ຄວາມ​ສະຫງົບ​ປອດ​ໄພ​ຢູ່​ພາກ​ພື້ນ, ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂອບ​ເຂດ​ບັນດາ​ອົງການ​ຈັດ​ຕັ້ງ ​ແລະ ​ເວທີ​ປາ​ໄສ​ສາກົນ ​ພິ​ເສດ​ແມ່ນ​ກອງ​ປະຊຸມ​ລັດຖະມົນຕີ​ວ່າ​ການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ບັນດາ​ປະ​ເທດ ອາ​ຊຽນ ​ເປີດ​ກ້ວາງ.

 

ຂ່າວ/ບົດ​ອື່ນ