ຫວຽດນາມຍາດຜົນງານໃນການປະດິດຄິດສ້າງ ວິທະຍາສາດ ແລະ ເຕັກນິກສາກົນ

ຫວຽດນາມຍາດຜົນງານໃນການປະດິດຄິດສ້າງ ວິທະຍາສາດ ແລະ ເຕັກນິກສາກົນ - ảnh 1
ນັກຮຽນ 3 ຄົນສັງກັດໂຮງຮຽນ Hanoi - Amsterdam ຂອງຄະນະນັກຮຽນຫວຽດນາມ
(ພາບ: internet)

Vovworld- ຕາມ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ, ຄະນະ​ນັກຮຽນ​ຫວຽດນາມ​ທີ່​ເຂົ້າ​ຮ່ວມ​ງານ​ປະ​ກວດ​ວິທະຍາສາດ ​ແລະ ​ເຕັກນິກ​ສາກົນ( Intel ISEF) ປີ 2012 ​ໄດ້​ຮັບ​ລາງວັນ​ທີ 1 ​ໃນ​ຂົງ​ເຂດ​ວັດຖຸ ​ແລະ ​ເຕັກນິກຊີວະ​ດ້ວຍ​ຫົວ​ເລື່ອງ: “ ກຳຈັດ​ນ້ຳ​ເຄັມ​ເປັນ​ນ້ຳ​ຈືດ ​ແລະ ພະລັງງານ​ແສງຕາ​ເວັນ​ຮັບ​ໃຊ້​ຊີວິດ​ປະຈຳ​ວັນ ”. ນີ້​ແມ່ນ​ຜົນງານ​ທີ່​ດົ​ງດັງຂອງ ຄະນະ​ນັກຮຽນ​ຫວຽດນາມ​. ປີ​ນີ້​ການ​ເສັງ​ຖືກ​ຈັດ​ຂື້ນ​ຢູ່​ນະຄອນ Pittsburgh  - ລັດ Pennesylvania ​ແຫ່ງ​ອາ​ເມ​ລິ​ກາ ​ແຕ່​ວັນ​ທີ 14 – 18/5 ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ນັກຮຽນ 1500 ຄົນ​ທີ່​ມາ​ຈາກ 70 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ໂລກ. ຜົນງານ​ນີ້​ຂອງ​ຫວຽດນາມ​ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ວ່າ ນັກຮຽນ​ຫວຽດນາມ​ບໍ່​ພຽງ​​ແຕ່​ມີ​ຄວາມ​ສາມາດ​ຍາດ​ໄດ້​ລາງວັນ​ສູງ​ໃນ​ການ​ເສັງ Olimpic ຄັ້ງ​ຕ່າງໆ​ເທົ່າ​ນັ້ນ, ຫາກ​ຍັງ​ສາມາດ​ພິຊິດ​ບັນດາ​ຍອດ​ສູງ​ກ່ຽວ​ກັບ​ວິທະຍາສາດ, ​ເຕັກນິກ ພ້ອມ​ທັງ​ສະ​ແດງ​ໃຫ້​ເຫັນ​ຄວາມ​ກ້າວໜ້າຂອງ​ຂະ​ແໜງ​ສຶກສາ ຫວຽດນາມ​ອີກ​ດ້ວຍ.
ຂ່າວ/ບົດ​ອື່ນ