ຫວຽດນາມຍາດລາງວັນ ທີ 1 ທີ່ງານປະກວດ ພາບກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດອາຊຽນ


ຫວຽດນາມຍາດລາງວັນ ທີ 1 ທີ່ງານປະກວດ ພາບກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດອາຊຽນ - ảnh 1

ພິທີ​ມອບ​ລາງວັນ

(ພາບ : vov.vn)

(vovworld)- ​ ພິທີ​ມອບລາງວັນ​ໃນງານ​ປະ​ກວດພາບ ​ແລະ ຟິມສາລະ​ຄະດີ-​ເອກະສານ​ທີ່​ມີ​ຫົວ​ເລື່ອງ​ວ່າ: “ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ໃນ​ປະຊາ​ຄົມ​ບັນດາ​ປະ​ເທດ​ອາ​ຊຽນ“ ປີ 2013 ​ໄດ້​ຖືກ​ຈັດ​ຂຶ້ນ​ຫວ່າງ​ແລ້ວ​ນີ້​ຢູ່​ໂຮງ​ລະຄອນ​ໃຫ່ຍ-ຮ່າ​ໂນ້ຍ.

  ກ່າວ​ຄຳ​ເຫັນ​ທີ່​ພິທີ​ມອບ​ລາງວັນ, ທ່ານ​ຫງວຽນ​ບັກ​ຊອນ, ລັດຖະມົນຕີ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ​ສື່ສານ ຢືນຢັນ​ວ່າ: ຈຸດປະສົງ​ຂອງ​ງານ​ປະ​ກວດ​ແມ່ນ​ມຸ້ງ​ໄປ​ເຖິງ​ວິ​ໄສ​ທັດ​ອາ​ຊຽນ 2020 ​ເພື່ອ​ສ້າງ​ປະຊາ​ຄົມ​ອາ​ຊຽນຊ່ວຍ​ເຫຼືອ​ຊື່​ງກັນ ​ແລະ ກັນ, ສ້າງ​ອາ​ຊຽນຂຽວ​ສະ​ອາດ ​ແລະ ມີ​ກົນ​ໄກ​ເປັນ​ປົກກະຕິ​ໃຫ້​ແກ່​ການ​ພັດທະນາ​ແບບ​ຍືນ​ຍົງ, ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ.

   ທີ່​ງານ​ປະ​ກວດ, ມີຟິມສາລະ​ຄະດີ-​ເອກ​ຫະສານ 14 ​ເລື່ອງ ​ແລະ ພາບ 14 ​ແຜ່ນໄດ້​ຮັບ​ລາງວັນ, ​ໃນ​ນັ້ນ, ມີ 2 ລາງວັນ​ທີ 1, 4 ລາງວັນ​ທີ 2, 10 ລາງວັນ​ຊົມ​ເຊີຍ. ຄະນະ​ຈັດຕັ້ງຍັງ​ມອບ 3 ລາງວັນ​ພິ​ເສດ​ໃຫ້​ແຫ່​ຟິມສາລະ​ຄະດີ-​ເອກ​ຫະສານ 3 ​ເລື່ອງ ແລະ ພາບ 3 ​ແຜ່ນທີ່​ມີ​ເນື້ອ​ໃນ​ແນວ​ຄິດ ​ແລະ ຮູບ​ການສະ​ແດງ​ພິ​ເສດ.

  ພາບ​ທີ່​ມີ​ຊື່ວ່າ: “ບົດບາດ​ຂອງ​ປ່າ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ“ ຂອງ​ທ່ານ​ຮິງ​ເລີມ (Huỳnh Lâm) ຍາດ​ໄດ້​ລາງວັນ​ທີ 1./.

ຂ່າວ/ບົດ​ອື່ນ