ຫວຽດນາມຍາມໃດກໍ່ຖື EU ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ

(VOVWORLD) -ຕອນເຊົ້າວັນທີ 07 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານນາງ Heidi Haurala, ຮອງປະທານລັດຖະສະພາເອີລົບ (EP) ເຊິ່ງພວມຢ້ຽມຢາມຫວຽດນາມ.

ຫວຽດນາມຍາມໃດກໍ່ຖື EU ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ - ảnh 1(ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ

ຕ້ອນຮັບທ່ານນາງ Heidi Haurala, ຮອງປະທານລັດຖະສະພາເອີລົບ)

ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເນັ້ນໜັກວ່າ, ຍາມໃດຫວຽດນາມ ກໍ່ຖືສະຫະພາບເອີລົບ (EU) ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນ. EU ພວມແມ່ນຄູ່ຄ້າຢືນອັນດັບທີ 4, ຕະຫຼາດສົ່ງອອກໃຫຍ່ທີ 2 ແລະ ແມ່ນນັກລົງທຶນຢືນອັນດັບທີ 5 ເຂົ້າຫວຽດນາມ. ສະນັ້ນ, ຫວຽດນາມ ປາດຖະໜາຢາກພັດທະນາການພົວພັນຮ່ວມມືຮອບດ້ານກັບ EU. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ຮູ້ວ່າ, ສະພາແຫ່ງຊາດຫວຽດນາມ ພວມສ້າງລະບົບນິຕິກຳໃຫ້ສົມບູນແບບ ເພື່ອແນໃສ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ຮັບປະກັນໃຫ້ປະຊາຄົນວິສາຫະກິດຕ່າງປະເທດເວົ້າລວມ ແລະ ບັນດາວິສາຫະກິດເອີລົບ ເວົ້າສະເພາະ ເຂົ້າມາລົງທຶນດຳເນີນທຸລະກິດ, ປົກກະຕິ, ຍາວນານ ແລະ ມີປະສິດທິຜົນຢູ່ຫວຽດນາມ.

        ສ່ວນທ່ານນາງ Heidi Haurala ໃຫ້ຮູ້ວ່າ, ທ່ານນາງໄດ້ເຮັດວຽກກັບລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ກ່ຽວກັບເລື່ອງໃຫ້ສັດຕະຍາບັນ ແລະ ກະກຽມການປະຕິບັດສັນຍາຄູ່ຮ່ວມມືໂດຍສະໝັກໃຈ (VPA) ກ່ຽວກັບໂຄງການຄຸ້ມຄອງປ່າ, ປະຕິບັດກົດໝາຍ, ຮັບປະກັນຕົ້ນກຳເນີດຂອງໄມ້ຖືກຕ້ອງຕາມກົດໝາຍ…

ຕອບກັບ

ຂ່າວ/ບົດ​ອື່ນ