ຫວຽດນາມຍາມໃດກໍ່ຖືການພັດທະນາການພົວພັນຮ່ວມມືກັບສເກົາຫລີເປັນສຳຄັນ

(VOVWORLD) -ວັນທີ 18 ມັງກອນ ຢູ່ຮ່າໂນ້ຍ, ຫວຽດນາມຍາມໃດກໍ່ຖືການພັດທະນາການພົວພັນຮ່ວມມືກັບສເກົາຫລີເປັນສຳຄັນ, ນັ້ນແມ່ນຄຳຢືນຢັນຂອງທ່ານ ຟຸ່ງກວັກຫຽນ ຮອງປະທານສະພາແຫ່ງຊາດ ທີ່ການຕ້ອນຮັບທ່ານ Lee Jinbok, ຫົວຫນ້າຄະນະຜູ້ແທນສະພາແຫ່ງຊາດ ສເກົາຫລີ ເຂົ້າຮ່ວມ APPF 26. 

ຫວຽດນາມຍາມໃດກໍ່ຖືການພັດທະນາການພົວພັນຮ່ວມມືກັບສເກົາຫລີເປັນສຳຄັນ - ảnh 1 ທ່ານ ຟຸ່ງກວັກຫຽນ ຮອງປະທານສະພາແຫ່ງຊາດຕ້ອນຮັບທ່ານ Lee Jinbok, ຫົວຫນ້າຄະນະຜູ້ແທນສະພາແຫ່ງຊາດ ສເກົາຫລີ

ພາບ:TTXVN

ເມື່ອແລກປ່ຽນກ່ຽວກັບການຮ່ວມມືລະຫວ່າງສອງສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ຟຸ່ງກວັກຫຽນ ຖືວ່າ: ສອງຝ່າຍຄວນເພີ່ມທະວີການພົວພັນແລກປ່ຽນ, ການຮ່ວມມື, ສະຫນັບສະຫນູນເຊິ່ງກັນ ແລະກັນ ທີ່ບັນດາເວທີປາໄສລັດຖະສະພາຫລາຍຝ່າຍ, ເພີ່ມທະວີການແລກປ່ຽນບົດຮຽນໃນການເຄື່ອນໄຫວນິຕິບັນຍັດ, ເສີມຂະຫຍາຍບົດບາດເປັນຂົວຕໍ່ຂອງສອງກຸ່ມສະມາຊິກລັດຖະສະພາມິດຕະພາບ ຕາມເນື້ອໃນຈິດໃຈຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ.

ກ່ຽວກັບການລົງທຶນ, ຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ, ທ່ານຮອງປະທານສະພາແຫ່ງຊາດ ປາດຖະຫນາຢາກ ສເກົາຫລີ ສົ່ງເສີມບັນດາວິສາຫະກິດມາລົງທຶນຢູ່ຫວຽດນາມໃນບັນດາຂົງເຂດພັດທະນາພື້ນຖານໂຄງລ່າງ, ພະລັງງານຜະລິດຄືນໃຫມ່, ອຸດສາຫະກຳຫນູນຊ່ວຍ, ສະຫນອງບັນດາບ້ວງຊ່ວຍເຫລືອລ້າ ODA ໃຫ້ແກ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ