ຫວຽດນາມຍາມໃດກໍ່ຖືຢີປຸ່ນເປັນຄູ່ຮ່ວມມືທີ່ສຳຄັນແຖວໜ້າ

ຫວຽດນາມຍາມໃດກໍ່ຖືຢີປຸ່ນເປັນຄູ່ຮ່ວມມືທີ່ສຳຄັນແຖວໜ້າ - ảnh 1
(ທ່ານ ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີ່ນ​ດ້າຍກວາງ
​ຕ້ອນ​ຮັບ ທ່ານ Shui Chi Abe, ຜູ້​ວ່າ​ການ​ແຂວງ Nagano, ຢີ່​ປຸ່ນ)

(vovworld)- ຕອນ​ບ່າຍ ວັນ​ທີ 24/10, ຢູ່​ຮ່າ​ໂນ້ຍ, ທ່ານ ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີ່ນ​ດ້າຍກວາງ ໄດ້​ໃຫ້​ການ​ຕ້ອນ​ຮັບ ທ່ານ Shui Chi Abe, ຜູ້​ວ່າ​ການ​ແຂວງ Nagano, ຢີ່​ປຸ່ນ ພວມ​ມີ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່​ຫວຽດ​ນາມ. ທ່ານ ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ຢືນ​ຢັນ​ວ່າ:  ຫວຽດ​ນາມ ຍາມ​ໃດ​ກໍ່​ຖື​ ຢີ​ປຸ່ນ ເປັນ​ເປັນ​ຄູ່​ຮ່ວມ​ມື ທີ່​ສຳ​ຄັນ​ແຖວ​ໜ້າ​ ຂອງ​ຫວຽດ​ນາມ.      ພ​້ອມ​ທັງ ຖື​ເປັນ​ສຳ​ຄັນ​ການ​ເພີ່ມ​ທະ​ວີ ແລະ ເປີດກວ້າງ​ການພົວ​ພັນ​ແລກ​ປ່ຽນ​ຮ່ວມ​ມື ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຂອງຢີ​ປຸ່ນ, ໃນ​ນັ້ນ​ມ​ີ​ແຂວງ Nagano. ທ່ານ ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ​ ສະ​ເໜີ​ບັນ​ດາ​ວິ​ສາ​ຫະ​ກິດ ແຂວງ Nagano ເພີ່ມ​ທະ​ກ​ານ​ລົງ​​ເຂົ້າຫວຽດ​ນາມ ໃນ​ບັນ​ດາ​ຂົງ​ເຂດ ທີ່​ແຂວງ​ມີ​ທ່າ​ແຮງ ເຊັ່ນ: ​ການ​ປະ​ລິດ, ເອ​ເລັກ​ໂຕ​ນິກ, ​ເຄື່ອງກົນ​ຈັກແມ່ນ​ຍຳ ແລະ ໃນ​ຂົງ​ເຂດ​ອຸດ​ສາ​ຫະ​ກ​ຳ​ສຳ​ຮອງ. ທ່ານ ປະ​ທານ​ປະ​ເທດ ປາດ​ຖະ​ໜາ​ວ່າ: ແຂວງ Nagano ຈະ​ໜູນ​ຊ່ວຍ​ຫວຽດ​ນາມ ແລະ ບັນ​ດາ​ທ້ອງ​ຖິ່ນ ​ຂອງ​ຫວຽດ​ນາມ ພັດ​ທະ​ນາ​ດ້ານກະ​ສິ​ກຳ, ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ກະ​ສິ​ກ​ຳນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ສູງ. ພ້ອມ​ກັນ​ນັ້ນ ແຂວງ Nagano ​ຄວນສ້າງ​ເງື່ອນ​ໄຂ​ສະ​ດວກ ໃນ​ການ​​ຮັບເອົາ​ແຮງ​ງານ​ຫວຽດ​ນາມ ​ໄປເຮັດ​ວຽກ.

ຂ່າວ/ບົດ​ອື່ນ