ຫວຽດນາມຍາມໃດກໍ່ຖືເປັນສຳຄັນການພັດທະນາສາຍພົວພັນຮ່ວມມືກັບEU

ຫວຽດນາມຍາມໃດກໍ່ຖືເປັນສຳຄັນການພັດທະນາສາຍພົວພັນຮ່ວມມືກັບEU - ảnh 1
ທ່ານ ເຈີ່ນ​ວັນ​ຮັ່ງ ຫົວ​ໜ້າ​ຄະ​ນະ​ກຳ​ມາ​ທິ​ການ​ການ​​ຕ່າງ​ປະ​ເທດ
ຕ້ອນ​ຮັບ ທ່ານ​ Francisco Fontan Prado
(ພາບ: TTXVN)

(vovworld)-​ ທ່ານ ເຈີ່ນ​ວັນ​ຮັ່ງ ຫົວ​ໜ້າ​ຄະ​ນະ​ກຳ​ມາ​ທິ​ການ​ການ​​ຕ່າງ​ປະ​ເທດ ສະ​ພາ​ແຫ່ງ​ຊາດ ຢັ້ງ​ຢືນ​ດັ່ງ​ນີ້: ທີ່​ພິ​ທີ​ຕ້ອນ​ຮັບ ທ່ານ​ Francisco Fontan Pardo ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ຫະ​ພາບ​ເອີ​ລົບ (EU) ປະ​ຈຳ ສະ​ມາ​ຄົມ​ປະ​ຊາ​ຊາດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ (ASEAN) ​ທີ່ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ ຢູ່​ຫວຽດ​ນາມ. ທ່ານ ເຈີ່ນ​ວັນ​ຮັ່ງ ຫົວ​ໜ້າ​ຄະ​ນະ​ກຳ​ມາ​ທິ​ການ​ການ​​ຕ່າງ​ປະ​ເທດ ສະ​ພາ​ແຫ່ງ​ຊາດ ເນັ້ນ​ໜັກ​ວ່າ: ການ​ພົວ​ພັນ ລະ​ຫວ່າງ EU ແລະ ASEAN ​ນັບ​ມື້​ນັບ​ເລິກເຊິ່ງ. ດ້ວຍ​ບົດ​ບາດ​​ເປັນ​ສະ​ມາ​ຊິກ​ຂອງ ASEAN, ຫວຽດ​ນາມ ຍາມ​ໃດ​ກໍ່​ສະ​ໜັບ​ສະ​ໜູນ EU  ແລະ ASEAN ເພີ່ມ​ທະ​ວີ​ການ​ຮ່ວມ​ມື ຢ່າງ​ແໜ້ນ​ແຟ້ນ​ໃນ​ທຸກ​ຂົງ​ເຂດກວ່າ​ອີກ.

        ສ່ວນ ທ່ານ​ ເອກ​ອັກ​ຄະ​ລັດ​ຖະ​ທູດ Francisco Fontan Pardo ​ກໍ່ຕີ​ລາ​ຄາ​ສູງ​ບັນ​ດາ​ຜົນ​​ງານ ທີ່​ຫວຽດ​ນາມ​ບັນ​ລຸ​ໄດ້ ໃນ​ວິ​ວັດ​​ແຫ່ງການກໍ່​ສ້າງ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ, ພ້ອມ​ທັງ​ຢັ້ງ​ຢືນວ່າ ຫວຽດ​ນາມ​ມີ​ບົດ​ບາດ​ສຳ​ຄັນ​ໃນ ASEAN. ທ່ານ​ Francisco Fontan Prado ປາດ​ຖະ​ໜາ​ວ່າ ຫວຽດ​ນ​າມ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ ​ສາຍ​ພົວ​ພັນ​ ລະ​ຫວ່າງ EU  ແລະ ASEAN ໃຫ້​ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ.

ຂ່າວ/ບົດ​ອື່ນ