ຫວຽດນາມຍາມໃດກໍ່ຖືເປັນສຳຄັນການພົວພັນກັບADB

ຫວຽດນາມຍາມໃດກໍ່ຖືເປັນສຳຄັນການພົວພັນກັບADB - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່​ນດ້າຍ​ກວາງ
​ຕ້ອນທ່ານ Takehiko Nakao

(vovworld) –​​ ​ ຫວຽດນາມ ​ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ ADB ນັ້ນ​ແມ່ນ​ຄຳ​ຢັ້ງຢືນ​ຂອງທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່​ນດ້າຍ​ກວາງ ທີ່​ການ​ຕ້ອນທ່ານ Takehiko Nakao ປະທານ​ທະນາຄານ​ພັດທະນາອາຊີ (ADB) ​ໃນ​ວັນ​ທີ 17/06 ຢູ່​ສຳນັກ​ງານ​ປະທານ​ປະ​ເທດ. ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ​ເນັ້ນ​ໜັກ​ວ່າ: ຫວຽດນາມ ຖື ADB ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ນັກ​ອຸປະຖຳ​ແຖ​ວໜ້າ​ໃນ​ການ​ສະໜອງ​ແຫຼ່ງທຶນ, ​ໜູນ​ຊ່ວຍ​ດ້ານ​ເຕັກນິກ​ ແລະ ​ໃຫ້​ຄຳ​ປຶກສາ​ດ້ານ​ນະ​ໂຍບາຍ. ການ​ໜູນ​ຊ່ວຍ​ຂອງ ADB ​ໄດ້ ​ແລະ ພວ​ມ​ໄດ້​ຮັບ​ການ​ເສີມ​ຂະຫຍາຍປະສິດ​ທິຜົນ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ການ​ພັດທະນາ​ເສດຖະກິດ​ - ສັງຄົມ​ ​ແລະ ລົບ​ລ​້າງຄວາ​ມອຶດ​ຫິວຫລຸດຜ່ອນ​ຄວາມທຸກ​ຍາກ​ຂອງ ຫວຽດນາມ, ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້າຍ​ກວາງ ສະ​ເໜີ​ວ່າ: ​ໂດຍ​ແມ່ນ​ຄູ່​ຮ່ວມ​ມື​ຫລາຍປີກັບ ຫວຽດນາມ, ADB ສືບ​ຕໍ່​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ​ສະໜອງ​ທຶນ​ກູ້​ຢືມ​ບຸລິມະສິດ ​ເພື່ອ​ໃຫ້ ຫວຽດນາມ ປະຕິບັດ​ບັນດາ​ຄາດໝາຍ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ; ​ແບ່ງປັນ​ບົດຮຽນ​ໃນ​ການ​ຄຸ້ມ​ຄອງ, ປ່ອຍ​ແຫຼ່ງທຶນ ຢ່າງ​ມີ​ປະສິ​ດທິຜົນ. ທ່ານ​ປະທານ​ປະ​ເທດ ຢັ້ງຢືນ​ວ່າ: ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ນຳ​ໃຊ້​ແຫຼ່ງທຶນ​ບຸລິມະສິດ ​ເຊິ່ງ ADB ສະໜອງ​ໃຫ້​ຢ່າງ​ມີ​ປະສິດທິ​ຜົນ.

        ສ່ວນ​ທ່ານ​ປະທານ ADB Takehiko Nakao ຢັ້ງຢືນ​ວ່າ: ADB ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ຮ່ວມ​ມື​ກັບ ຫວຽດນາມ. ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ເຂົ້າ​ຮ່ວມ ADB ມີ​ຜົນງານ​ຫລາຍ​ຢ່າງ​ໃນ​ພາລະ​ກິດ​ພັດທະນາ​ປະ​ເທດ​ຊາດ. ADB ​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ: ຈະ​ຕັ້ງໜ້າ​ໜູນ​ຊ່ວຍ ຫວຽດນາມ ​ໃນ​ຂົງ​ເຂດ​ສ້າງ​ໂຄງ​ປະກອບ​ການ​​ເງິນ​ຄືນໃໝ່, ພັດທະນາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ.

ຂ່າວ/ບົດ​ອື່ນ