ຫວຽດນາມຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບເຢຍລະມັນ

ຫວຽດນາມຍາມໃດກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບເຢຍລະມັນ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢູ່ງ ເຮັດວຽກຢູ່ ແບກແລງ
(ພາບ: Trần Mạnh Hùng/TTXVN)

(vovworld) – ​ໃນ​ຂອບ​ເຂດການ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່ ສະຫະພັນ ​ເຢຍລະ​ມັນ ​ແຕ່​ວັນ​ທີ 22 – 26/9, ທ່ານ​ຮ​ອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງ​ດິ່ງ​ຢູ້ງ ນຳ​ໜ້າ​ຄະນະ​ປະ​ຕິ​ບັດ​ງານ ລັດຖະບານ ຫວຽດນາມ ເຮັດ​ວຽກ​ກັບ​ຫຼາຍ​ກະຊວງ, ຂະ​ແໜງ​ການ ກໍ​ຄື​ວິ​ສາ​ຫະກິດ​ຂອງ ​ເຢຍລະ​ມັນ ​ເພື່ອ​ແນ​ໃສ່​ຍູ້​ແຮງ​ກການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃຫ້​ແທດ​ຈິງກ່ວາ​ອີກ, ພິ​ເ​ສດ​ໃນ​ຂົງ​ເຂດ​ເສດຖະກິດ​.

        ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດິ່ງ​ຢູ້ງ ​ເຮັດ​ວຽກ​ກັບ​ການ​ນຳ​ກະຊວງ ສິ່ງ​ແວດ​ລ້ອມ, ປົກ​ປັກ​ຮັກສາ​ທຳ​ມະ​ຊາດ, ກໍ່ສ​້າງ ​ແລະ ຮັບປະກັນຄວາມ​ປອດ​ໄພ​ນິວ​ເຄຼຍ ​ແລະ ກະຊວງ​ຮ່ວມມື​ເສດຖະກິດ ​ແລະ ພັດທະນາ ສະຫະພັນ​ ​ເຢຍລະ​ມັນ. ທີ່​ການ​​ເຮັດ​ວຽກ​ຄັ້ງ​ຕ່າງໆ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດິ່ງ​ຢູ້ງ ຢັ້ງຢືນ​ວ່າ ຍາມ​ໃດ ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ​ເຢຍລະ​ມັນ. ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ​ - ​ເຢຍລະ​ມັນ ພວມ​ພັດທະນາ​ຢ່າງ​ແຂງ​ແຮງ, ​ເລິກ​ເຊິ່ງ, ກ້ວາງ​ຂວາງ, ມີ​ປະ​ສິດທິຜົນ​ໃນທຸກ​ຂົງ​ເຂດ. ທ່ານຮອງ​ນາຍົກລັດຖະມົນຕີ ຈິ້ງ​ດິ່ງ​ຢູ້ງ ​ໃຫ້​ຮູ້​ວ່າ ລັດຖະບານ ຫວຽດນາມ ພວມ​ມາ​ນະພະ​ຍາ​ຍາມ​ຜັນ​ຂະຫຍາຍ​ຫຼາຍ​ມາດ​ຕະການ​ສ້າງ​ສະພາບ​ແວດ​ລ້ອມ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ ​ໃນ​ນັ້ນ​ມີ ​ເຢຍລະມັນ, ​ເຄື່ອນ​​ໄຫວ​ຢ່າງ​ສະ​ດວກ ​ແລະ ມີ​ປະສິດທິ​ຜົນ​ຢູ່ ຫວຽດນາມ.

        ພາຍຫຼັງ​ການເຄື່ອນ​ໄຫວ​ຕ່າງໆຢູ່ ​ແບກ​ແລງ, ຄະນະ​ປະຕິບັດ​ງານ​ລັດຖະບານ ຫວຽດນາມ ​ໄດ້​ໄປ​ຍັງ​ນະຄອນ Munich, ລັດ Bavaria. ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດິ່ງ​ຢູ້ງ ​ເຮັດ​ວຽກ​ກັບ​ກຸ່ມ​ບໍລິສັດ Siemens, ຢ້ຽມຢາມ​ໂຮງ​ງານ​ຜະລິດ​ເຂດ​ອຸດສາຫະກຳ​ໄຟຟ້າ​ຜະລິດ​ຄືນ​ໃໝ່.


ຂ່າວ/ບົດ​ອື່ນ