ຫວຽດນາມຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບອັນດີງາມກັບຕີມໍຕາເວັນອອກແລະອິນໂດເນເຊຍ

ຫວຽດນາມຍາມໃດກໍ່ຖືເປັນສຳຄັນການພົວພັນມິດຕະພາບອັນດີງາມກັບຕີມໍຕາເວັນອອກແລະອິນໂດເນເຊຍ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງດີງຢຸງ ພົບ​ປະ​ກັບ​ທ່ານ​ນາຍົກ
ລັດຖະມົນຕີ ຕີ​ມໍ​ຕາ​ເວັນ​ອອກ Rui Maria de Araujo
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) –​​ ​ ຢູ່ນອກ​​ເວທີ​ປາ​ໄສ​ເສດຖະກິດ​ໂລກ​ກ່ຽວ​ກັບ ອາ​ຊຽນ ຢູ່ກົວ​ລາ​ລຳ​ເປີ (ມາ​ເລ​ເຊຍ), ວັນ​ທີ 02/06 ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງດີງຢຸງ ​ໄດ້ມີ​​ການ​ພົບ​ປະ 2 ຝ່າຍ​ກັບ​ທ່ານ​ນາຍົກລັດຖະມົນຕີ ຕີ​ມໍ​ຕາ​ເວັນ​ອອກ Rui Maria de Araujo ​ແລະ ທ່ານ​ຮອງ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Jusuf Kalla.

        ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ທ່ານນາຍົກລັດຖະມົນຕີ Rui Maria de Araujo , ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດີງຢຸງ ຢືນຢັນ​ວ່າ: ຫວຽດນາມ ຖື​ເປັນ​ສຳ​ຄັນ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​ລະຫວ່າງ ຫວຽດນາມ ​ແລະ ຕີ​ມໍ​ຕາ​ເວັນ​ອອກ. ທ່ານ​ຮອງ​ນາຍົກ ລັດຖະມົນຕີສະ​ເໜີ 2 ຝ່າຍຄວນ​ຮັກສາ​, ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຈິ້ງ​ດີງຢຸງ ກໍ່​ສະ​ເໜີ ​ຕີ​ມໍ​ຕາ​ເວັນ​ອອກ ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ເຂົ້າສານ ​ແລະ ຜັນ​ຂະຫຍາຍ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຄ້າ​ເຂົ້າໃຫ້​ໄລຍະ 2015 - 2017 ຢ່າງ​ມີ​ປະສິດທິ​ຜົນ​. ສ່ວນ​ທ່ານາຍົກລັດຖະມົນຕີ Rui Maria de Araujo ​ໃຫ້​ຮູ້​ວ່າ: ຕີ​ມໍ​ຕາ​ເວັນ​ອອກ ພວມ​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມສະດວກທີ່​ສຸດ ​ເພື່ອ​ໃຫ້​ວິ​ສາ​ຫະກິດ ຫວຽດ​ນາມ ດຳ​ເນີນ​ທຸລະ​ກິດ ​ແລະ ລົງທຶນ​ເຂົ້າ ຕີ​ມໍ​ຕາ​ເວັນ​ອອກ. ​​ໃນ​ໄລຍະ​ຈະ​ມາ​ເຖິງ, ຕີ​ມໍ​ຕາ​ເວັນ​ອອກ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ​ ​ເພື່ອ​ໃຫ້​ຫວຽດນາມ ສຳຜັດ​ກັບ​ບັນດາ​ກາລະ​ໂອກາດ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ: ສຳ​ຫຼວດ, ຂຸດ​ຄົ້ນ​ນ້ຳມັນ​ອາຍ​ແ​ກສ, ທັນ​ຍາ​ຫານ.

        ທີ່​ການ​ພົບ​ປະລະ​ຫວ່າງ​ທ່ານຮອງ​ນາຍົກ​ລັດຖະມົນຕີ ຈິ້ງ​ດີງຢຸງ ​ແລະ ທ່ານ​ຮອງ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ Jusuf Kalla, 2 ຝ່າຍ​ໄດ້​ແລກປ່ຽນ​ຫລາຍ​ມາດ​ຕະການ ​ເພື່ອ​ນຳ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸ​ດທະ​ສາດ ​ຫວຽດນາມ - ອິນ​ໂດ​ເນ​ເຊຍ ​ໃຫ້​ນັບ​ມື້​ນັບ​ສະໜິດ​ຕິດ​ພັນ​, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ປະຊາ​ຄົມ ອາ​ຊຽນ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອ​ກ, 2 ຝ່າຍ​ຖື​ວ່າ: ການ​ຂັດ​ແຍ້​ງທັງ​ໝົດ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຄວນ​ໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ສັນຕິ​ວິທີ, ບໍ່​ນຳ​ໃຊ້​ກຳລັງ​ອາວຸດ ຫຼື ນາບ​ຂູ່​ນຳ​ໃຊ້​ກຳລັງ​ອາວຸດ; ບັນດາ​ຝ່າຍ​ກ່ຽວຂ້ອງ ບັນລຸ​ໄດ້​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ, ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ.

 

ຂ່າວ/ບົດ​ອື່ນ