ຫວຽດນາມຍາມໃດກໍຖືເປັນສຳຄັນສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບອີຣານ

(VOVWORLD) -ຢູ່ນອກກອງປະຊຸມສະມັດຊາໃຫຍ່ ຄັ້ງທີ 140 ສະຫະພັນລັດຖະສະພາສາກົນ( IPU – 140 )     ຕອນເຊົ້າວັນທີ 8 ເມສາຢູ່ ໂດຮາ ປະເທດກາຕາ,  ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະກັບທ່ານປະທານສະພາແຫ່ງຊາດອີຣານ Ardeshir Larijani 
ຫວຽດນາມຍາມໃດກໍຖືເປັນສຳຄັນສາຍພົວພັນມິດຕະພາບ ແລະ ການຮ່ວມມືກັບອີຣານ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ  ພົບປະກັບທ່ານປະທານສະພາແຫ່ງຊາດອີຣານ Ardeshir Larijani

ທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນໄດ້ຢືນຢັນວ່າ ຫວຽດນາມຍາມໃດກໍຖືເປັນສຳຄັນສາຍພົວພັນມິດຕະພາບ ແລະ ການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດກັບອີຣານ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີ 2 ຝ່າຍຈົ່ງສົມທົບກັນຢ່າງແໜ້ນແຟ້ນເພື່ອຊຸກຍູ້ໃຫ້ບັນລຸເປົ້າໝາຍນຳວົງເງິນການຄ້າ 2 ຝ່າຍຂຶ້ນເຖິງ 2 ຕື້ USD.

      ສ່ວນທ່ານ ປະທານສະພາແຫ່ງຊາດອີຣານ Ardeshir Larijani ສະເໜີ 2 ຝ່າຍເພີີ່ມທະວີການສົມທົບກັນ, ຊຸກຍູ້ການສົ່ງອອກ ແລະ ນຳເຂົ້າໝາກໄມ້, ຜະລິດຕະພັນກະເສດ , ສິນໃນນ້ຳຂອງຫວຽດນາມ ແລະ ອີຣານ. ອີຣານສະເໜີຫວຽດນາມຊ່ວຍໜູນທາງດ້ານເຕັກນິກປູກເຂົ້າໃຫ້ສະມັດຕະພາບສູງ, ຮ່ວມມີໃນຂົງເຂດການສຶກສາ, ທະນາຄານ, ພາສີ…

ຕອບກັບ

ຂ່າວ/ບົດ​ອື່ນ