ຫວຽດນາມຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນໂປໂລຍ

ຫວຽດນາມຍາມໃດກໍ່ສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນໂປໂລຍ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ  ດັ້ງ​ທິ​ງ້ອກທິ້ງ ​
​ພົບ​ປະ​ກັບ​ທ່ານ​ປະທານາທິບໍດີ ​ໂປ​ໂລ​ຍ Andrzej Duda
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) – ​ ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ແມ​່ຍິງ​ທົ່ວ​ໂລກ​ຄັ້ງ​ທີ 26 ​ເຊິ່ງ ຈັດ​ຕັ້ງ​ຢູ່​ນະຄອນຫລວງ Vacsava ຂອງ​ ສ.​​ໂປ​ໂລ​ຍ, ຕອນ​ຄຳ່​ວັນ​ທີ 08/06 ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ດັ້ງ​ທິ​ງ້ອກທິ້ງ ​ໄດ້​ພົບ​ປະ​ກັບ​ທ່ານ​ປະທານາທິບໍດີ ​ໂປ​ໂລ​ຍ Andrzej Duda. ນະ​ທີ່​ນີ້ ທ່ານ​ປະທານາທິບໍດີ Andrzej Duda ຢືນຢັນ​ວ່າ: ໂປ​ໂລ​ຍ ຍາມ​ໃດ​ກໍ່​ຖື​ເປັນ​ສຳຄັນ​ການ​ປັບປຸງ, ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອລະຫວ່າງ ຫວຽດນາມ ​ແລະ ໂປ​ໂລ​ຍ ​ໃນ​ຕະຫລອດ 66 ປີຜ່ານມາ ​ໄດ້ ​ແລະ ພວມ​ພັດທະນາ​ຢ່າງ​ຕັ້ງໜ້າ​ໃນ​ຫລາຍ​ຂົງ​ເຂດ. ພິ​ເສດ​ແມ່ນການ​ພົວພັນດ້ານ​ການ​ຄ້າ - ການ​ລົງທຶນ​ສືບ​ຕໍ່​ໄດ້​ຮັບ​ການ​ພັດທະນາ​ເປັນ​ປົກກະຕິ. ໂປ​ໂລ​ຍ ສືບ​ຕໍ່​ເປັນລູກ​ຄ້າ​ແຖວໜ້າ ຂອງ ຫວຽດນາມ ຢູ່​ພາກ​ພື້ນ​ເອີ​ລົບ​ກາງ - ​ເອີ​ລົບ​ຕາ​ເວັນ​ອອກ ດ້ວຍ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ປີ 2015 ບັນລຸ 761 ລ້ານ USD. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິ​ງ້ອກທິ້ງ ​ແລະ ທ່ານປະທານາທິບໍດີ Andrzej Duda ຖື​ວ່າ: 2 ປະ​ເທດ​ຍັງ​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ​ການ​ຮ່ວມ​ມື​ໃນ​ບັນດາຂົງ​ເຂດ​ຄື: ​​ເຕັກ​​ໂນ​ໂລ​ຢີສະບຽງ​ອາຫານ, ຕ່ຳ​​ແຜ່ນ​ຕັດ​ຫຍິບ, ​ເຄື່ອງ​ຈັກ, ອຸປະກອນການ​ແພດ, ການ​ຢາ…ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ່​ເປີດ​ປະຕູ, ສ້າງ​ເງື່ອນ​ໄຂ​ສະດວກ ​ແລະ ສິ່ງແວດ​ລ້ອມ​ປອດ​ໄພ​ໃຫ້​ບັນ​ດາ​ນັກລົງທຶນ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ບັນດາ​ນັກ​ລົງທຶນ ໂປ​ໂລ​ຍ.

ຂ່າວ/ບົດ​ອື່ນ