ຫວຽດນາມຍາມໃດກໍ່ສ້າງເງື່ອນໄຂໃຫ້ບັນດາບຸກຄົນ,ວິສາຫະກິດດຳເນີນທຸລະກິດຢູ່ຫວຽດນາມ

ຫວຽດນາມຍາມໃດກໍ່ສ້າງເງື່ອນໄຂໃຫ້ບັນດາບຸກຄົນ,ວິສາຫະກິດດຳເນີນທຸລະກິດຢູ່ຫວຽດນາມ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຈິ້ງ​ດິ່ງຢຸງ
ຕ້ອນ​ຮັບທ່ານ Irial Finanຮອງ​ປະ​ທານ​ຜູ້​ບໍ​ລິ​ຫານ ກຸ່ມ​ບໍ​ລິ​ສັດCocaCola
(ພາບ: VGP)

(vovworld) –​ ​ຕອນ​ບ່າຍ ​ວັນ​ທີ 22/6, ໃນ​ການ​ຕ້ອນ​ຮັບ ທ່ານ Irial Finan ຮອງ​ປະ​ທານ​ ຜູ້​ບໍ​ລິ​ຫານ ກຸ່ມ​ບໍ​ລິ​ສັດ Coca Cola, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີຫວຽດ​ນາມ ຈິ້ງ​ດິ່ງຢຸງ ຢືນຢັນວ່າ: ​ລັດ​ຖະ​ບານ​ຫວຽດ​ນາມ ຈະ​ສືບ​ຕໍ່​ສຸມ​ໃສ່​ປັບ​ປຸງ​ລະ​ບອບ​ລະ​ບຽບ​ການ, ນະ​ໂຍ​ບາຍ​ໃຫ້​ສົມ​ບູນ​ແບບ, ​ປັບ​ປຸງ​ສະ​ພາບ​ແວດລ້ອມ​ແຫ່ງການ​ລົງ​ທຶນ, ສ້າງ​ເງື່ອນໄຂ​ໃນ​ການ​ດຳ​ເນ​ີນ​ທຸ​ລະ​ກິດ​ຢ່າງ​ໂປ່ງ​ໃສ, ສະ​ເໝີ​ພາບ​ ໃຫ້​ແກ່​ບັນ​ດາ​​ບຸກ​ຄົນ, ວິ​ສາ​ຫະ​ກິດ​ ທັງ​​​ພາຍໃນ ແລະ ​ຕ່າງປະ​ເທດ. ​​ພ້ອມ​ກັນ​ນັ້ນ, ລັດ​ຖະ​ບານ​ຫວ​ຽດ​ນາມ ກໍ່ເດັດ​ດ່ຽວ​​ຮຽກ​ຮ້ອງ​​ບັນ​ດາວິ​ສາ​ຫະ​ກິດ ​ປະ​ຕິບັດ​ຂໍ້​ກຳ​ນົດ ​ຂອງ​ກົດ​ໝາຍ​ຫວຽດ​ນາມ ​ໃນ​ການ​ປະ​ຕິ​ບັດ​ພັນ​ທະ​ພາ​ສີອາ​ກອນ, ພັນ​ທະ​ໃນ​ການ​ຮັກ​ສາ​ສິ່ງແວດ​ລ້ອມ ​ຢ່າງ​ເຂັ້ມ​ງວດ ແລະ ສົ່ງ​ເສີມ​ບັນ​ດາ​ວິ​ສາ​ຫະ​ກິດ ມີ​ການ​ປະ​ກອບ​ສ່ວນ ໃຫ້​ປະ​ຊາ​ຄົມປະ​ຈຳຖິ​່ນ ຫຼາຍກວ່າ​ເກົ່າ.

        ທ່ານ Irial Finan ຮອງ​ປະ​ທານ​ຜູ້​ບໍ​ລິ​ຫານ ກຸ່ມ​ບໍ​ລິ​ສັດ Coca Cola ລາຍ​ງານ​ຕໍ່ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກ່ຽວ​ກັບ​ສະ​ພາບ​ການ​ລົງ​ທຶນ​ຂອງ​ກຸ່ມ​ບໍ​ລິ​ສັດ ຢ​ູ່​ຫວຽດ​ນາມ; ພ້ອມ​ທັງ​, ປາດ​ຖະ​ໜາ​ວ່າ: Coca Cola ຈະ​ກາຍ​ເປັນ​ວິ​ສາ​ຫະ​ກິດ​ໜຶ່ງ​ທີ່​ເປັນ​ແບບ​ຢ່າງ​ ໃນ​ກ​ານ​ປະ​ຕິ​ບັດ​ບັນ​ດາ​ຂໍ້ກຳ​ນົດ ກ່ຽວ​ກັບ​ການ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ ​ທີ່​​ກ່ຽວ​ຂ້ອງ​ເຖິງ​ພາ​ສີ​ອາ​ກອນ ຢ່າງ​ໂປ່ງ​ໃສ ແລະ ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​​ສັງ​ຄົມ ຢູ່​ຫວຽດນາມ ຢ່າງ​ຕັ້ງ​ໜ້າ.
ຂ່າວ/ບົດ​ອື່ນ