ຫວຽດນາມຍາມໃດກໍເຄົາລົບສິດເສລີໃນການເຊື່ອຖື,ສາສະຫນາ

(VOVWORLD) -ເນື່ອງໃນໂອກາດວັນບຸນວິສາຂະບູຊາ ພສ 2561, ວັນທີ 4/5 ຢູ່ ວັດວຽນມີນ ເມືອງ ຟູຊວຽນ ຮ່າໂນ້ຍ, ທ່ານປະທານປະເທດ ເຈີນດ້າຍກວາງ ໄດ້ລົງຢ້ຽມຢາມ, ອວຍພອນພະອາຈານມະຫາ ທິກໂຝເຕ້ວ, ປະທານສະມາຄົມພຸດທະສາສະຫນາຫວຽດນາມ ພ້ອມກັບຍົດຖາບັນດາສັກສະພາສົງ, ສະພາບໍລິຫານງານສະມາຄົມພຸດທະສາສະຫນາຫວຽດນາມ. 
ຫວຽດນາມຍາມໃດກໍເຄົາລົບສິດເສລີໃນການເຊື່ອຖື,ສາສະຫນາ - ảnh 1ທ່ານປະທານປະເທດ ເຈີນດ້າຍກວາງ ອວຍພອນພະອາຈານມະຫາ ທິກໂຝເຕ້ວ

ທ່ານປະທານປະເທດ ເຈີນດ້າຍກວາງ ຕີລາຄາສູງບັນດາການປະກອບສ່ວນຢ່າງແທດຈິງຂອງສະມາຄົມພຸດທະສາສະຫນາຫວຽດນາມ ແລະ ພະສົງສຳມະເນນ, ພຸດທະສາສະນິກະຊົນທັງໝົດໃນພາລະກິດມະຫາສາມັກຄີທົ່ວປວງຊົນທັງຊາດ. ທ່ານປະທານປະເທດ ເຈີນດ້າຍກວາງ ຢືນຢັນວ່າ:

        “ແຜນນະໂຍບາຍສະເຫມີຕົ້ນສະເຫມີປາຍຂອງພັກ ແລະ ລັດ ຫວຽດນາມ ແມ່ນຍາມໃດກໍເຄົາລົບຄວາມເສລີໃນການເຊື່ອຖື, ສາສະຫນາ, ຍາມໃດກໍ່ສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດາສາສະຫນາດຳເນີນບັນດາການເຄື່ອນໄຫວທາງສາສະຫນາອັນຊອບທຳ ແລະ ປາດຖະຫນາວ່າ ບັນດາພະສົງສຳມະເນນ, ພຸດທະສາສະນິກະຊົນບັນດາສາສະຫນາປະຕິບັດຄວາມຮັບຜິດຊອບຂອງພົນລະເມືອງເປັນຢ່າງດີ, ຕັ້ງຫນ້າປະກອບສ່ວນເຂົ້າໃນກິດຈະການສ້າງສາ ແລະ ປົກປັກຮັກສາ ແລະ ພັດທະນາປະເທດຊາດ.”

ຕອບກັບ

ຂ່າວ/ບົດ​ອື່ນ