ຫວຽດນາມຍາມໃດກໍ່ເອົາໃຈໃສ່,ເບິ່ງແຍງດູແລຄອບຄົວເປົ້າໝາຍນະໂຍບາຍ,ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ

ຫວຽດນາມຍາມໃດກໍ່ເອົາໃຈໃສ່,ເບິ່ງແຍງດູແລຄອບຄົວເປົ້າໝາຍນະໂຍບາຍ,ຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ - ảnh 1
 ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຜູ້​ມີ​ຄຸນງາມຄວາມດີ​ເມືອງ ຟອງ​ດຽນ
(ພາບ: VGP/Lê Sơn)

(vovworld) - ຕອນ​ບ່າຍ​ວັນ​ທີ 10/6, ຢູ່​ສຳນັກງາ​ນລັດ​ຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຜູ້​ມີ​ຄຸນງາມຄວາມດີ​ເມືອງ ຟອງ​ດຽນ, ​ແຂວງ ​ເທື່ອ​ທຽນ​ເຫ້ວ, ​ເນື່ອງ​ໃນ​ໂອກາດ​ຄະນະ​ມາ​ຢ້ຽມຢາມນະຄອນ ຮ່າ​ໂນ້ຍ, ​ເຂົ້າ​ຄຳນັບສຸສານ​ປະ​ທານ ​ໂຮ່ຈີ​ມິນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ: ພັກ, ລັດ ຍາມ​ໃດ​ກໍ່​ຮູ້​ບູນຄຸນຕໍ່​ການປະກອບ​ເຫື່ອ​ແຮງ​ຢ່າງ​ໃຫຍ່​ຫຼວງຂອງ​ແມ່ ຫວຽດນາມ ວິລະ​ຊົນ, ບັນດາ​ນັກ​ປະຕິ​ວັດ​ຜູ້ອາວຸ​ໂສ, ທະຫານ​ເຈັບ​ປ່ວຍ, ຍາດຕິ​ພີ່ນ້ອງ​ທະຫານ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ. ທ່ານຮອງ​ນາຍົກລັດຖະມົນຕີ ​ເນັ້ນ​ໜັກ​ວ່າ: ພັກ, ລັດ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່ ​ແລະ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດຖຸ​ກໍ່​ຄື​ຈິດ​ໃຈ​ຂອງ​ບັນດາ​ຄອບຄົວ​ເປົ້າ​ໝາຍ​ນະ​ໂຍບາຍ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ. ທ່ານຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ຫວັງ​ວ່າ ບັນດາ​ມີຜູ້​ມີ​ຄຸນງາມຄວາມດີ​ເມືອງ ຟອງ​ດຽນ ສືບ​ຕໍ່​ແມ່ນ​ແບບຢ່າງ, ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ຢູ່​ທ້ອງ​ຖີ່​ນ, ພິ​ເສດ​ແມ່ນ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່, ພ້ອມທັງ​ສຶກສາອົບຮົມ​ລູກ​ຫຼານ​ຮຳ່ຮຽນ, ອອກ​ແຮງ​ງານ​ເປັນ​ຢ່າງ​ດີ, ປະກອບສ່ວນ​ກໍ່ສ້າງ​ບ້ານ​ເກີດ​ເມືອງ​ນອນ, ປະ​ເທດຊາດ.



ຂ່າວ/ບົດ​ອື່ນ