ຫວຽດນາມຍາມໃດກໍ່ໃຫ້ບູລິມະສິດຢ່າງສູງໃນການປ້ອງກັນຕ້ານຢາເສບຕິດ

ຫວຽດນາມຍາມໃດກໍ່ໃຫ້ບູລິມະສິດຢ່າງສູງໃນການປ້ອງກັນຕ້ານຢາເສບຕິດ - ảnh 1
ຫວຽດນາມຍາມໃດກໍ່ໃຫ້ບູລິມະສິດຢ່າງສູງໃນການປ້ອງກັນຕ້ານຢາເສບຕິດ
(ພາບ: VTC
)

(vovworld) – “ຫວຽດ​ນ​າມ​ຍາມໃດກໍ່​ໃຫ້​ບູ​ລິ​ມະ​ສິດ​​ຢ່າງສູງ​ໃນ​ການ​ປ້ອງ​ກັນຕ້ານ​ຢາ​ເສບ​ຕິດ” ນັັ້ນ​ແມ່ນ​ຄຳ​ຢັ້ງ​ຢືນ​ຂອງ ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກດາມ ໃນ​ການ​ຕ້ອນ​ຮັບ​ ທ່ານ ນາງ Jagjit Pavadia, ຮອງ​ປະ​ທານ​ ຄະ​ນະກຳ​ມາ​ທິ​ການ​ຄວບ​ຄຸມຢາ​ເສບ​ຕິດ​ສາ​ກົນ ຂອງ​ສະ​ຫະ​ປະ​ຊາ​ຊາດ, ​ທີ່ພວມ​ມີ​ການ​ຢຽມ​ຢາມ ແລະ ເຮັດ​ວຽກ ຢູ່​ຫວຽດ​ນາມ. ນະ​ທີ່ນີ້, ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກດາມ ໃຫ້​ຮູ້​ວ່າ: ເຖິງວ່າ​ແຫຼ່ງ​ກຳ​ລັງ​ຖືກ​ຈຳ​ກັດ​ກໍ່​ຕາມ, ​ແຕ່ ລັດ​ຖະ​ບານ​ຫວຽດ​ນາມ ຢາມ​ໃດ​ກໍ່​ໃຫ້​ບູ​ລິ​ມະ​ສິດ​ຢ່າງສູງ​ໃນ​ໜ້າ​ທີ່​ປ້ອງ​ກັນ​ຕ້ານ​ຢາ​ເສບ​ຕິດ ແລະ ບັນ​ລຸ​ບາງ​ໝາກຜົນ​ທີີ່ດີ.  ໃນ​ປີ 2016 ແລະ ​ຊຸມ​ປີ​ຕໍ່​ໄປ, ບັນ​ດາ​ກຳ​ລັງ​​ທີ່​ມີ​ໜ້າ​ທີ່​​ຮັຍ​ຜິດ​ຊອບຂອງ​ຫວຽດ​ນາມ ຈະ​ສຸມ​ໃສ່​ສະ​ກັດ​ກັ້ນ​ຢາ​ເສບ​ຕິດ. ພ້ອມ​ທັງ, ປ່ຽນ​ແປງ​ໃໝ່​ວ​ຽກ​ງານ​ໂຄ​ສະ​ນາ​ເຜີຍ​ແຜ່; ​ຄວບ​ຄຸມ​ຢ່າງ​ແໜ້ນ​ແຟ້ນ ບັນ​ດາ​​ທດ​ເຄ​ມີ​ເພື່ອ​ຜະ​ລິດ​ຢາ​ເສບ​ຕິດ, ​ທາດ​ເຄ​ມີກໍ່​ໃຫ້​​ເກີດ​ການ​ເສບຕິດ ໃນ​ການ​ສົ່ງ​ອອກ-ນຳ​ເຂົ້າ ແລະ ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ…  ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກດາມ ປາດຖະ​ໜາ​ວ່າ ສະ​ຫະ​ປະ​ຊາ​ຊາດ, ​ຄະ​ນະກຳ​ມາ​ທິ​ການ​ຄວບ​ຄຸມ​ຢາ​ເສບ​ຕິດ ແລະ ປະ​ຊາ​ຄົມ​ສາ​ກົນ ຈະ​ສືບ​ຕໍ່​​ເອົາ​ໃຈ​ໃສາ ແລະ ໜູນຊ່ວຍ​ຫວຽດ​ນາມ ໃນ​ວຽກ​ງານ​ປ້ອງ​ກັນ ແລະ ​ຕ້ານ​ຢາ​ເສບ​ຕິດ.

        ສ່ວນ ທ່ານ ນາງ Jagjit Pavadia ເນັ້ນ​ໜັກ​ວ່າ: ຄະ​ນະ​ກຳ​ມາ​ທິ​ການຄວບ​ຄຸມ​ຢາ​ເສບ​ຕິດສາ​ກົນ ຈະ​ຕັ້ງ​ໜ້າ​ຊຸກ​ຍູ້, ລະ​ດົມ​​ແຫຼ່ງ​ທຶນ​ຕ່າງໆ ເພື່ອ​ໜູນ​ຊ່ວຍ​ຫວຽດ​ນາມ ໃນ​ການ​ປ້ອງ​ກັນຕ້ານ​ຢາ​ເສບ​ຕິດ ໂດຍຜ່ານ​ບັນ​ດາ​ໂຄງ​ການ​ໂຄ​ສະ​ນາ​ເຜີຍ​ແຜ່, ​ໃຫ້​ຄຳ​ປຶກ​ສາ​ດ້ານນະ​ໂຍ​ບາຍ, ​ສ້າງ​ລະ​ບົບ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ, ຍົກ​ສູງ​ຄວາມ​ສາ​ມາດ ໃຫ້ກຳ​ລັງ​ຕໍ່ສູ້ ປ້ອງ​ກັນ​ຕ້ານ​ອາດ​ຊະ​ຍາ​ກຳ​ຢາ​ເສບ​ຕິດ​ໂດຍ​ກົງ.

ຂ່າວ/ບົດ​ອື່ນ