ຫວຽດນາມຍູ້ແຮງການ ເຄື່ອນໄຫວຮັກສາ ຄວາມປອດໄພ ແລະ ກວດການິວຄະເລຍ

ຫວຽດນາມຍູ້ແຮງການ ເຄື່ອນໄຫວຮັກສາ ຄວາມປອດໄພ ແລະ ກວດການິວຄະເລຍ - ảnh 1
(ພາບປະກອບ)

(vovworld) – ມາ​ຮອດ​ປະຈຸ​ບັນ, ການ​ເຄື່ອນ​ໄຫວ​ຮັກສາ​ຄວາມ​ປອດ​ໄພ ​ແລະ ກວດກາ​ນິວຄະ​ເລຍຂອງ​ຫວຽດນາມ ​ໄດ້​ມີ​ບາດກ້າວ​ທີ່​ຕັ້ງໜ້າ, ຕອບ​ສະໜອງ​ໄດ້​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະ​ເທດ ​ແລະ ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ. ກົມ​ຮັກສາ​ຄວາມ​ປອດ​ໄພ​ປະກາຍ​ລັງສີ ​ແລະ ນິວຄະ​ເລຍ, ສັງກັດກະຊວງ​ວິທະຍາສາດ ​ເຕັກ​ໂນ​ໂລ​ຢີ ​ໄດ້​ດຳ​ເນີນ​ການ​ກວດກາ​ຕີ​ລາຄາ​​ມາດ​ຕະການ​ປົກ​ປ້ອງ​ບັນດາຮາກ​ຖານ​ປະຕິບັດ​ວຽກ​ງານປະກາຍ​ລັງ​ສີ,ພ້ອມ​ທັງ​ສືບ​ຕໍ່​ປະຕິບັດ​ໂຄງການ ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ບັນດາ​ແຫຼ່ງ​ແຜ່​ກຳ​ມັນ​ຕະພາບ​ລັງສີ​ທີ່​ມີ​ລະດັບ​ອັນຕະລາຍ​ສູງ​ຢູ່​ຫວຽ​ດນາມ, ​​ແລະ  ​ໄດ້​ປະຕິບັດ​ສຳ​ເລັດ​ການ​ຕິດ​ຕັ້ງ​ລະບົບ​ຮັກສາ​ຄວາມ​ປອດ​ໄພ​ຢູ່ 22 ຮາກ​ຖານ​ທີ່​ມີ​ແຫຼ່ງ​ແຜ່​ກຳ​ມັນ​ຕະພາບ​ລັງສີ​​ໃນ​ລະດັບ​ສູງ. ນອກ​ນັ້ນກົມ​ດັ່ງກ່າວ​ ກໍ່​ໄດ້​ສົມທົບ​ກັບ​ກົມ​ໃຫຍ່​ພາສີ​ກະກຽມ​ລະບຽບ​ການ​ຕ່າງໆ ​ເພື່ອ​ມອບ​ປະຕູ​ກວດກາ​ກຳ​ມັນ​ຕະພາບ​ລັງສີ​ຢູ່​ສະໜາມ​ບິນ​ສາກົນ​ໂນ້ຍບ່າຍ ​ໂດຍ​ອົງການ​ພະລັງງານ​ນິວຄະ​ເລຍ​ສາກົນ (IAEA) ອຸປະຖຳ…

ຂ່າວ/ບົດ​ອື່ນ