ຫວຽດນາມຍູ້ແຮງການດຶງດູດການລົງທຶນຈາກອາເມລິກາ

ຫວຽດນາມຍູ້ແຮງການດຶງດູດການລົງທຶນຈາກອາເມລິກາ - ảnh 1
ກອງ​ປະຊຸມ​ສຳ​ມະ​ນາ​ສົ່ງ​ເສີມ​ການ​ລົງທຶນ​ຢູ່ ອາ​ເມ​ລິ​ກ

(vovworld) – ​ຫວ່າງ​ມໍ່ໆ​ມາ​ນີ້, ທີ່​ກອງ​ປະຊຸມ​ສຳ​ມະ​ນາ​ສົ່ງ​ເສີມ​ການ​ລົງທຶນ​ຢູ່ ອາ​ເມ​ລິ​ກາ ​ໄດ້​ດຳ​ເນີນ​ໄປ​ຢູ່ ວໍ​ຊິ​ງຕັນ, ທ່ານ ຫງວຽນ​ຈີ໋ຢູ້ງ, ລັດຖະມົນຕີກະຊວງ​ແຜນການ ​ແລະ ການ​ລົງທຶນ ​ຫວຽດນາມ ໄດ້​ແນະນຳ​ໃຫ້​ບັນດາ​ວິ​ສາ​ຫະກິດ​ ​ແລະ ບັນດາ​ນັກ​ລົງທຶນ ອາ​ເມ​ລິ​ກາ ກ່ຽວ​ກັບ​ສິ່ງ​ແວດລ້ອມ, ​ນະ​ໂຍບາຍ​ການ​ລົງທຶນ, ບັນດາ​ບຸລິມະສິດ​ໃນ​ການ​ພັດທະນາ​ເສດຖະກິດ ​ແລະ ການປະຕິ​ຮູບ​ຢູ່ ຫວຽດນາມ. ກ່າວ​ຄຳ​ເຫັນ​ຕໍ່ໜ້າ​ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ, ທ່ານ ລັດຖະມົນຕີ ຫງວຽນ​ຈີ໋ຢູ້ງ ​ໃຫ້​ຮູ້​ວ່າ:

        “ຫວຽດນາມ ມີ​ຫຼາຍ​ເງື່ອນ​ໄຂ​ທີ່​ດີ ​ແລະ ມີ​ທ່າ​ແຮງ​ຫຼາຍ​ຢ່າງ​ເມື່ອ​ທຽບ​ໃສ່​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ສຳຄັນ​ກ່ວາ​ນັ້ນ​ແມ່ນ​ຄວາມ​ມານະ​ພະຍາຍາມ​ປະຕິ​ຮູບ​ຂອງ​ລັດຖະບານ ຫວຽດນາມ ​ໃນ​ການ​ປະຕິ​ຮູບ​ປັບ​ປຸງສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ການ​ປະຕິ​ຮູບ​ບັນດາ​ລະບຽບ​ການ​ບໍລິຫານ, ຫລຸ​ດຜ່ອນ​ບັນດາ​ລາຍ​ຈ່າຍ ​ແລະ ​ວັນເວລາ​ຂອງ​ບັນດາ​ວິ​ສາ​ຫະກິດ ​ແລະ ການ​ລົງທຶນ​ເຂົ້າ ຫວຽດນາມ ​ແມ່ນມີ​ບັນດາ​ກົດ​ລະບຽບ​ຢ່າງ​ຄົບ​ຖ້ວນ, ກະຈ່າງ​ແຈ້ງ ​ແລະ ຮັບປະກັນ​ລັກສະນະ​ເປັນ​ປົກກະຕິ​ຍາວ​ນານ. ດ້ວຍ​ພື້ນຖານ​ການ​ເມືອງ​ໝັ້ນຄົງ​ຄື​ຢູ່ ຫວຽດນາມ, ດ້ວຍ​ທີ່​ຕັ້ງ​ບົດບາດ​ໃຈກາງ​ຢູ່​ພາກ​ພື້ນ ​ແລະ ບັນດາ​ທ່າ​ແຮງ​ກ່ຽວ​ກັບ​ມະນຸດ, ພິ​ເສດ​ແມ່ນ​ສັນຍາ​ການ​ຄ້າ​ເຊິ່ງ ຫວຽ​ດນາມ ​ໄດ້ລົງ​ນາມ ​ຫຼື ພວມ​ກະກຽມການລົງ​ນາມ ຈະ​ເປີດ​ກາລະ​​ໂອກ​າດອັນ​ໃຫຍ່​ຫຼວງ​ທີ່​ສຸດ​ໃຫ້​ບັນດາ​ນັກ​ລົງທຶນ​ເວົ້າ​ລວມ ​ແລະ ອາ​ເມ​ລິ​ກາ ​ເວົ້າ​ສະ​ເພາະ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.”


ຂ່າວ/ບົດ​ອື່ນ