ຫວຽດນາມຍູ້ແຮງການພັດທະນາກະສິກຳແບບຍືນຍົງ

ຫວຽດນາມຍູ້ແຮງການພັດທະນາກະສິກຳແບບຍືນຍົງ - ảnh 1
(ຫວຽດນາມຍູ້ແຮງການພັດທະນາກະສິກຳແບບຍືນຍົງ)

(vovworld) - ​ກອງ​ປະ​ຊຸມ​ສຳ​ມະ​ນາ “ພັດ​ທະ​ນາ​ລະ​ບົບ​ມູນ​ຄ່າ​ກະ​ສິ​ກຳ​ແບບ​ຍືນ​ຍົງ”, ດຳ​ເນີນ​ໃນ​ວັນ​ທີ 01/12, ຢູ່​ແຂວງ ເບັ໋ນ​ແຈ. ກ່າວ​ຄຳ​ເຫັນ​ທີ່​ພ​ິ​ທີ, ທ່ານນາງ ຫງວຽນ​ທິ​ກິມ​ເງິນ, ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຊີ້​ແຈ້ງວ່າ: ໃນ​ສະ​ພາບ​ການສ້າງ​ໂຄງ​ປະ​ກອບພື້​ນ​ຖານ​ກະ​ສິ​​ກຳ​ຄືນ​ໃໝ່ ເພື່ອ​ຫັນ​ປ່ຽນ​ພື້ື້ນ​ຖານ​ການ​ຜະ​ລິດ​ທີ່​ທັນ​ສະ​ໄໝ, ປອດ​ໄພ, ຍືນ​ຍົງ ແລະ ມີ​ປະ​ສິດ​ທິ​ຜົນນັ້ນ.  ເລື່ອງ​ກໍ່​ສ້າງ ແລະ ເສີມ​ຂະ​ຫຍາຍ​ບັນ​​ດາ​ຮູບ​ແບບ​ຜະ​ລິດ​ກະ​ສິ​ກຳ​ຕາມ​ລະ​ບົບ​ມູນ​ຄ່າ​​ແມ່ນ​ທິດ​​ທາງ​ທີ່ຖືກ​ທິດ.

      “ຫວຽດ​ນາມ ກະ​ກຽ​ມລົງ​ນາມໃນ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP), ພວກ​ເຮົາ​ມີ​ກາ​ລ​ະ​ໂອ​ກາດ​ສະ​ດວກ​ຫຼາຍກວ່​າ ເພືຶ່ອ​ພັດ​ທະ​ນາ​ພື້ນ​ຖານ​ກະ​ສິກຳ​ຂອງ​ປະ​ເທດ, ແຕ່​ກໍ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ ແລະ ພື້ນ​ຖານ​ກະ​ສິ​ກຳ​ຖືກ​ສ່ຽງ​ໄພ​ສູງ. ສະ​ນັ້ນ, ຮອດ​ເວ​ລ​າ​ແລ້ວ​ທີ່​ພວກ​ເຮົາຕ້ອງ​ມ​າ​ນະ​ພະ​ຍາ​ຍາມ​ເພື່ອ​ສາ​ມາດ​ຄົງ​ຕົວ, ພັດ​ທະ​ນາໄດ້; ຕ້ອງ​ຊອກ​ຫາ​ມາດ​ຕະ​ການ​ແກ້​ໄຂ​ໃຫ້​ພື້ນ​ຖານກ​ະ​ສິ​ກຳ​ແບບ​ຍືນ​ຍົງ, ຊອກ​ຫາ​ວິ​​ທີ​ດີທີ່​ສຸດ​ເພື່ອປະ​ຕິ​ບັດ​ລະ​ບົບ​ມູນ​ຄ່າ​ໃນ​ການ​ຜະ​ລິດ, ປ​ຸງ​ແຕ່ງ, ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ ແລະ ສິນ​ໃນ​ນ້ຳ”.

ຂ່າວ/ບົດ​ອື່ນ