ຫວຽດນາມຍູ້ແຮງການສ້າງລະບົບລະບອບລະບຽບການ,ນະໂຍບາຍ,ກົດໝາຍຮັບໃຊ້ການເຊື່ອມໂຍງເຂົ້າກັບສາກົນ

ຫວຽດນາມຍູ້ແຮງການສ້າງລະບົບລະບອບລະບຽບການ,ນະໂຍບາຍ,ກົດໝາຍຮັບໃຊ້ການເຊື່ອມໂຍງເຂົ້າກັບສາກົນ - ảnh 1

(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ
​​ພົບ​ປະ​ທ່ານປະທານທະນາຄານ​ໂລກ Jim Yong Kim)

(vovworld) – ​​​ ​ ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ອາ​ເມ​ລິ​ກາ ຢ່າງ​ເປັນ​ທາງ​ການ, ຕອນ​ເຊົ້າ​ວັນ​ທີ 8/9, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານປະທານທະນາຄານ​ໂລກ (WB) Jim Yong Kim. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໃຫ້​ຮູ້​ວ່າ: ຫວຽດນາມ ຍາມ​ໃດ​ກໍ​ປາດ​ຖະໜາ​ຢາກ WB ສືບ​ຕໍ່​ໜູນ​ຊ່ວຍ ຫວຽດນາມ ​ໃນ​ວິວັດ​ສ້າງ​ລະບົບ​ນະ​ໂຍບາຍ​ເສດຖະກິດ​ການ​ຕະຫລາດ​ໃຫ້​ສົມບູນ​ແບບ; ​ເພີ່ມ​ຂຶ້ນ​ທຶນ​ກູ້​ຢືມ​ພິ​ເສດ, ພິ​ເສດ​ແມ່ນ​ບັນດາ​ແຫຼ່ງທຶນ ​ເພື່ອ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ພັດທະນາ​ແບບ​ຍືນ​ຍົງ, ຍົກ​ລະດັບ​ພື້ນຖານ​ໂຄງ​ລ່າງ ​ແລະ ລົບ​ລ້າງ​ຄວາມ​ອິດ​ຫົວ ຫລຸດຜ່ອນ​ຄວາມທຸກ​ຍາກ. ທ່ານ​ປະທານທະນາຄານ​ໂລກ (WB) Jim Yong Kim ​ເນັ້ນ​ໜັກ​ວ່າ: WB ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​​ເຖິງການ​ໜູນ​ຊ່ວຍ, ພັດທະນາ​ໃຫ້​ແກ່​ບັນດາ​ປະ​ເທດ ​ໃນ​ນັ້ນ​ມີ ຫວຽດນາມ. WB ​ເອົາ​ໃຈ​ໃສ່​ແບບພິ​ເສດ ​ແລະ ພິຈາລະນາການ​ໜູນ​ຊ່ວຍ ຫວຽດນາມ​ ໃນ​ການ​ຮັບ​ມື​ກັບ​ບັນດາຜົນ​ກະທົບ​ຈາກ​ການ​ປ່ຽນ​ຂອງແປງ​ດິນ​ຟ້າ​ອາກາດ.

        ຫລັງ​ຈາກ​ນັ້ນ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ ​ໂດຍ WB ຈັດ​ຕັ້ງ ດ້ວຍ​ຫົວ​ຂໍ້ “ບົດບາດ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຂອງ​ສະພາ​ແຫ່ງ​ຊາດ ຫວຽດນາມ ທີ່​ມີ​ຕໍ່​ການ​ພັດທະນາ​ຂອງ​ປະ​ເທດ​ຊາດ”. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຊີ້​ແຈ້ງວ່າ:  ຫວຽດນາມ ​ໄດ້​ສຳ​ເລັດ​ການ​ປະຕິບັດ​ບັນດາ​​ເປົ້າໝາຍ​ສະຫັດ​ສະ​ວັດ​ຂອງ​ສະຫະ​ປະຊາ​ຊາດ, ພວມ​ຍູ້​ແຮງ​ການ​ພັດທະນາ​ເສດຖະກິດ, ສັງຄົມ, ລົບ​ລ້າງ​ຄວາມ​ອິດ​ຫົວ ຫລຸດຜ່ອນ​ຄວາມທຸກ​ຍາກ, ຮັບ​ໃຊ້​ພາລະກິດ​ປ່ຽນ​ໃໝ່, ​ເຊື່ອມ​ໂຄງ​ເຂົ້າ​ກັບ​ສາກົນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໃຫ້​ຮູ້​ວ່າ: 2 ຄວາມ​ເປັນ​ຫ່ວງ​ໃຫຍ່ 2 ຢ່າງ​ຂອງ ຫວຽດນາມ ​ໃນ​ປະຈຸ​ບັນ​ແມ່ນ​ປົກ​ປັກ​ຮັກສາ, ສັນຕິພາບ, ຮັບປະກັນ​ຄວາມສະຫງົບ​ແຫ່ງ​ຊາດ, ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ເປັນ​ຢ່າງ​ດີ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ສະ​ເໜີ​ວ່າ:

        “ປະກົດ​ການ​ທີ່​ຮ້າຍ​ແຮງ​ຂອງ​ດິນ​ຟ້າ​ອາກາດ​ໄດ້​ກໍ່​ໃຫ້​ເກີດ​ນ້ຳ​ຖ້ວມ, ດິນ​ເຊາະ​ເຈື່ອນ, ທຳລາຍ​ບັນດາ​ໝາກຜົນ​ແຫ່ງ​ການ​ລົງທຶນ​ໃນ​ການ​ລົບ​ລ້າງຄວາມ​ອິດ​ຫິວ ຫລຸດຜ່ອນ​ຄວາມ​ທຸກ​ຍາກ​ຢູ່ ຫວຽດນາມ. ພວກ​ຂ້າພະ​ເຈົ້າ ຮຽກຮ້ອງ​ໃຫ້​ທະນາຄານ​ໂລກ ຈົ່ງ​ມີ​ບັນດາ​ວິທີ​ການ​ແກ້​ໄຂ​ທີ່​ເໝາະ​ສົມ ​ເພື່ອ​ໃຫ້​ປະ​ເທດ​ໜຶ່ງ​ສາມາດ​ຫລຸດ​ພົ້ນອອກ​ຈາກ​ຄວາມທຸກ​ຍາກ​ແລ້ວ ສືບ​ຕໍ່​ພັດທະນາ, ສ້າງ​ທຸກ​ເງື່ອນ​ໄຂ ​ເພື່ອ​​ໃຫ້ ຫວຽດນາມ ພ້ອມ​ກັບ​ໂລກ​ແກ້​ໄຂ​ສັນຕິພາບ, ​ແກ້​ໄຂ​ການ​ຂັດ​ແຍ້​ງ, ​ໂດຍ​ສະ​ເພາະ​ແມ່ນ​ແກ້​ໄຂ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ປ້ອງ​ກັນ​ຫຼີກ​ລ້ຽງ​​ໄພ​ທຳ​ມະ​ຊາດ, ກາຍ​ເປັນ​ໂຄງການ​ໃຫຍ່​ຂອງ​ໂລກ. ບໍ່​ມີ​ປະ​ເທດ​ໃດ​ຈະ​ສາມາດ​ແກ້​ໄຂ​ໄພພິບັດ​ທຳ​ມະ​ຊາດ​ນີ້”.

ຂ່າວ/ບົດ​ອື່ນ