ຫວຽດນາມຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຕິດພັນກັບການປ່ຽນໃໝ່ຮູບແບບເຕີບໂຕ

ຫວຽດນາມຍູ້ແຮງການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຕິດພັນກັບການປ່ຽນໃໝ່ຮູບແບບເຕີບໂຕ - ảnh 1
ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ
​ຕ້ອນຮັບ​ທ່ານ​ນາງ Victoria Kwawa

(vovworld) - ວັນ​ທີ 07/06, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ ຫວຽດນາມ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Victoria Kwawa ​ຮອງຜູ້ອຳນວຍການ​ແຫ່ງ​ຊາດ​ທະນາຄານ​ໂລກ ຮັບ​ຜິດ​ຊອບ​ພາກ​ພື້ນ​ອາຊີ​ຕາ​ເວັນອອກ - ປາຊີ​ຟິກ. ນະ​ທີ່​ນີ້ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ຕີ​ລາຄາ​ສູງ​ບົດ​ລາຍ​ງານ ຫວຽດນາມ 2035 ​ໂດຍ​ທະນາຄານ​ໂລກ​ປະຈຳ ຫວຽດນາມ ຮຽບ​ຮຽງ. ບົດ​ລາຍ​ງານ​​ເປັນ​ເອກ​ະ ສານ​ສຳຄັນ, ປະກອບສ່ວນ​ວາງ​ອອກ​ບັນດາ​ກຳ​ນົດທິດ​ໄລຍະ​ຍາວ ​ເພື່ອ​ຊ່ວຍ ຫວຽດ​ນາມ ກາຍ​ເປັນ​ປະ​ເທ​ດ ອຸດສາ​ຫະກຳ​ໂດຍ​ໄວ, ປະຕິ​ຮູບ​ລະບອບ​​ເສດຖະກິດ​ການ​ຕະຫລາດ​ຢ່າງຮອບ​ດ້ານ​ໃຫ້​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຂອງ ຫວຽດນາມ. ກ່ຽວ​ກັບ​ຍຸດ​ທະ​ສາດ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກີ​ມ​ເງິນ ​ໃຫ້​ຮູ້​ວ່າ: ​ໃນ​ເດືອນ 4/2016, ສະພາ​ແຫ່ງ​ຊາດ ຫວຽດ​ນາມ ​ໄດ້​ປະກາດ​ໃຊ້​ມະຕິ​ກ່ຽວ​ກັບ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ 2016 – 2020 ຕາມ​ນັ້ນ​ແລ້ວ, ຈັດ​ວາງ​ຈຸດໝາຍ​ຕົ້ນຕໍແມ່ນ​ເຮັດ​ໃຫ້​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ຍູ້​ແຮງ​ການ​ປະຕິບັດ​ບັນດາ​ບຸກທະລຸ​ຍຸດ​ທະ​ສາດ, ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃໝ່​ທີ່​ຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ຮູບ​ແບບ​ເຕີບ​ໂຕ, ຍົກ​ສູງ​ສະມັດ​ຕະພາບ, ປະສິດທິ​ຜົນ ​ແລະ ກຳລັງ​ແກ່ງ​ແຍ້​ງ, ຮັບປະກັນຊີວິດ​ສັງຄົມ ​ແລະ ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຄຸ້ມ​ຄອງ​ຊັບພະຍາກອນ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຢ່າງ​ມີ​ປະສິດທິ​ຜົ​ນ. ຄາດໝາຍ​ເຕີບ​ໂຕ​ສະ​ເລ່ຍ​ແມ່ນ 6,5 – 7%/ປີ.

ຂ່າວ/ບົດ​ອື່ນ