ຫວຽດນາມຍູ້ແຮງການໂຄສະນາການທ່ອງທ່ຽວຢູ່ອິນໂດເນເຊຍ

(VOVWORLD) -ຕອນຄ່ຳວັນທີ 03 ພຶດສະພາ, ກົມໃຫຍ່ທ່ອງທ່ຽວຫວຽດນາມ ໄດ້ສົມທົບກັບສະຖານທູດຫວຽດນາມ, ອົງການຕາງໜ້າດ້ານການຄ້າຫວຽດນາມ ປະຈຳອິນໂດເນເຊຍ ຈັດລາຍການ “Roadshow” ແນະນຳ ແລະ ໂຄສະນາການທ່ອງທ່ຽວຫວຽດນາມ ຢູ່ນະຄອນຫຼວງ ຈາກາຕາ, ປະເທດອິນໂດເນເຊຍ.

ຫວຽດນາມຍູ້ແຮງການໂຄສະນາການທ່ອງທ່ຽວຢູ່ອິນໂດເນເຊຍ - ảnh 1 ລາຍການ “Roadshow”

(ພາບ: TTXVN)

ລາຍການມີຊື່ວ່າ “ຄວາມປະທັບໃຈຫວຽດນາມ” ໄດ້ສະໜອງຂໍ້ມູນຂ່າວສານດ້ານການທ່ອງທ່ຽວຫວຽດນາມ ເປັນຈຳນວນຫຼາຍໃຫ້ແກ່ປະຊາຊົນ ແລະ ບັນດາບໍລິສັດທ່ອງທ່ຽວອິນໂດເນເຊຍ… ທ່ານນາງ ຫວຽນທິແທັງເຮືອງ, ຮອງຫົວໜ້າກົມໃຫຍ່ທ່ອງທ່ຽວຫວຽດນາມ, ໃຫ້ຮູ້ວ່າ.

        “ອິນໂດເນເຊຍ ແມ່ນຕະຫຼາດທ່ອງທ່ຽວສຳຄັນຢູ່ພາກພື້ນ. ນັບມື້ນັບມີນັກທ່ອງທ່ຽວຫຼາຍຄົນເລືອກເອົາຫວຽດນາມ ແມ່ນຈຸດນັດພົບ. ໃນ 4 ເດືອນຕົ້ນປີ 2019, ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວອິນໂດເນເຊຍ 36.500 ຄົນ, ເພີ່ມຂຶ້ນ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2018. ດ້ວຍເລື່ອງເພີ່ມທະວີການເຊື່ອມຕໍ່ກັບບັນດາບໍລິສັດການບິນ ໄດ້ສ້າງຄວາມສະດວກໃຫ້ແກ່ການໄປມາລະຫວ່າງ 2 ປະເທດ, ພວກຂ້າພະເຈົ້າຫວັງວ່າ, ນັກທ່ອງທ່ຽວ ອິນໂດເນເຊຍ ມາຢ້ຽມຢາມຫວຽດນາມ ຈະເພີ່ມຂຶ້ນໃນໄລຍະຈະມາເຖິງ”.

ຕອບກັບ

ຂ່າວ/ບົດ​ອື່ນ