ຫວຽດນາມຍູ້ແຮງພາລະກິດປ່ຽນໃໝ່,ພັດທະເສດຖະກິດ-ສັງຄົມຢ່າງວ່ອງໄວແລະຍືນຍົງ

ຫວຽດນາມຍູ້ແຮງພາລະກິດປ່ຽນໃໝ່,ພັດທະເສດຖະກິດ-ສັງຄົມຢ່າງວ່ອງໄວແລະຍືນຍົງ - ảnh 1
ປະ​ທານ​ປະ​ເທດ​ເຈືອງ​ເຕີນ​ຊາງຕອບ​ສຳ​ພ​າດ​ສື່​ມວນ​ຊົນ
​ກ່ຽວ​ກັບ​ກາ​ລະ​ໂ​ອ​ກາດ ແລະ ສິ່ງ​ທ້າ​ທາຍ​ຂອງ​ຫວຽດ​ນາມ ໃນ​ໄລ​ຍະ​ພັດ​ທະ​ນາ
(ພາບ: TTXVN)


(vovworld) –​ ​ກ່ອ​ນ​ທີ່​​ຈະ​ກ້າວ​ເຂົ້າ​ສູ່ປີໃໝ່​ສາ​ກົນ ປີ 2016, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ຕອບ​ສຳ​ພ​າດ​ສື່​ມວນ​ຊົນ​ກ່ຽວ​ກັບ​ກາ​ລະ​ໂ​ອ​ກາດ ແລະ ສິ່ງ​ທ້າ​ທາຍ​ຂອງ​ຫວຽດ​ນາມ ໃນ​ໄລ​ຍະ​ພັດ​ທະ​ນາ. ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ​ໄດ້ຄັດ​ສະ​ເໜີ​ບາງ​ເນື້ອ​ໃນ​​ຕີ​ລາຄາ ແລະ ຂ​ໍ້​ສັງ​ເກ​ດ​ທີ່​ສຳ​ຄັນຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ກ່ຽວ​ກັບ​ການ​ຍູ້​ແຮງ ​ພາ​ລະ​ກິດ​ປ່ຽນ​ໃໝ່, ພັດ​ທະ​ເສດ​ຖະ​ກິດ-ສັງ​ຄົມ​ໄວ​ ແລະ ​ຍືນ​ຍົງຢ່າງ​ຮອບ​ດ້ານ.

      ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ຜົນ​ງາ​ນພົ້ນ​ເດັ່ນ​ດ​້ານ​ເສດ​ຖະ​ກິດ - ສັງ​ຄົມ ເຊິ່ງ​ຫວຽດ​ນາມ ບັນ​ລຸ​ໄດ້​ໃນ​ປີ 2015, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຖ​ື​ວ່າ, ນີ້​ແມ່ນ​ປີ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸງ​ຍາກ​ຫຼາຍ​ຢ່າງ ນັບ​ທັງ​ສະ​ພາບ​ພາຍ​ໃນ​ປະ​ເທດ ກ​ໍ​ຄື​ໃນ​ພາກ​ພຶ້ນ​, ແຕ່​ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່​ວກອງ​ທັບ, ໝາກ​ຜົນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ ຍັງ​ຕັ້ງ​ໜ້າ​​ພໍ​ສົມ​ຄວນ, ​​ລະ​ດັບ​ເຕີບ​ໂຕ​ດ້ານ​ເສດ​ຖະ​ກິດ​ສູ​ງ​ພໍ​ສົມ​ຄວນ, ​ເສດ​ຖະ​ກິດ​ມະ​ຫາ​ພາກ​​ມີ​ສະ​ຖຽນ​ລະ​ພາບດີ​ພໍ​ສົມ​ຄວນ, ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ໄດ້​ເພີ່ມ​ຂຶ້ນ. ປີ 2015 ກໍ​ແມ່ນ​ປີ​ທີ່​ຫວຽດ​ນາມ ລົງ​ນາມ​ໃນ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​​ລຸ້ນ​ໃໝ່, ດ້​ວຍມາດ​ຖານ​ສູງ ແລະ ຮອບ​ດ້ານ, ​ຕະ​ຫຼ​າດ​ຈະ​ໄດ້​ຮັບ​ການ​ເປີດກວ້າງ.

      ກ່ຽວ​ກັບ​​ຄຸນ​ນະ​ພາບແຫຼ່ງ​ຊັບ​ພະ​ຍາກອ​ນ​ມະ​ນຸດເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ໃນ​ການ​ເຊື່ອມ​ໂຍງ, ພັດ​ທະ​ນາ, ທ່າ​ນ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຖື​ວ່າ, ການ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂ​ວາງ​ຮ​ຽກ​ຮ້ອງ​ຕ້ອງ​ມີ​ຄຸນ​ນະ​ທາດ, ວິ​ທີ​ເຮັດ​ວຽກ​ຂອງ​ຖັນ​ແຖວ​ພະ​ນັກ​ງານ​ລັດ​ຖະ​ກອນ ຕ້ອງ​ແຕກ​ຕ່າງ​ກັນ​ຫຼາຍ​ເມື່ອ​ທຽບ​ໃສ່​ເມື່ອ​ກ່ອນ. ສະ​ນັ້ນ, ຫວຽດ​ນາມ ​ຄວນຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ​ຂອງ​ຜະ​ລິດ​ຕະ​ພັນ, ວິ​ສາ​ຫະ​ກິດ ແລະ ທັງ​ພື້ນ​ຖານ​ເສດ​ຖະ​ກິດ… ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຫວຽດ​ນາມ ຕ້ອງ​​ສືບ​ຕໍ່ຍູ້​ແຮງ​ ແລະ ຍ​ົກ​ສູງ​ປະ​ສິດ​ທິ​ພາບ, ປະ​ສິດ​ທິ​ຜົນ​ການ​ຄຸ້ມ​ຄອງ​ລັດ​, ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງຕ້ອງ​ການ​ໃນ​ໄລ​ຍະ​ຫັນ​ການ​ຄ້າ​ເປັນ​ເສ​ລີ ແລະ ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂ​ວາງ​ຂອງ​ປະ​ເທດ​ຊາດ. ທ່ານ​ປະ​ທາ​ນ​ປະ​ເທດ​ເນັ້ນ​ໜັກ​ວ່າ, ເຊື່ອມ​ໂຍງ​ແຕ່​ຕ້ອງ​ສ້າງ​ພື້ນ​ຖານ​ເສດ​ຖະ​ກິດ​ເອກ​ະ​ລາດ, ເປັນ​ເຈົ້າ​ຕົນ​ເອງ.

      ເມື່ອ​ຕອບ​​ຄຳ​ຖາມ​ກ່ຽວ​ກັບ​ສະ​ພາບ​​ການ​ທີ່ຫວຽດ​ນາມ ພວມ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ທີ່​ຮ້າຍ​ແຮງ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ ແລະ ຜືນ​ແຜ່ນ​ດິນ​​ອັນ​ຄົບ​ຖ້ວນ, ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີ​ນ​ຊາງ ຊີ້​ແຈ້ງວ່າ, ກຸ່ມ​ກ້ອມ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ກຳ​ລັງ​ພາຍ​ໃນ​ຂອງ​ປະ​ເທດ ແມ່ນ​ແຫຼ່ງ​ກຳ​ລັງ​ແຮງ​ທີ່​ໃຫຍ່​ຫຼວງ​ເພື່ອ​ໃຫ້​ປະ​ຊາ​ຊົນ​ຫວຽດ​ນາມ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ທ່ານ​ປະ​ທານ​ປະ​ເທດ ຢືນ​ຢັນ​ວ່າ, ທັດ​ສະ​ນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອ​ງ​ຫວຽດ​ນາມ ແມ່ນ ຫວຽດ​ນາມ ຢາກ​ເປັນ​ເພື່ອນ​ມິດ​ກັບ​ທຸກ​ໆ​ປະ​ເທດ​ໃນ​ປະ​ຊາ​ຄົມ​ສາ​ກົນ, ເພື່ອ​ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ​ການພັດ​ທະ​ນາ. ການ​ສະ​ໜັບ​ສະ​ໜູນ​ຂອງ​ປະ​ຊາ​ຄົມ​ສາ​ກົນ​ສຳ​ລັບ​ວິ​ວັດ​ການ​ປ່ຽນ​ໃໝ່, ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຂອງ​ຫວຽດ​ນາມ ນັບ​ມື້​ນັບ​ຫຼາຍ. ນີ້​ແມ່ນ​ກຳ​ລັງ​ແຮງ​​ອັນ​ໃຫຍ່​ຫຼວງ​ເພື່ອ​ໃຫ້​ຫວຽດ​ນາມ ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ໄວ້​ຢ່າງ​ໝັ້​ນ​ຄົງ.

      ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຊີ້​ແຈ້ງວ່​າ, ປີ 2016 ແມ່ນ​ປີ​ບານ​ພັບ​ລະ​ຫວ່າງ 2 ອາ​ຍຸ​ການກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ, ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ, ​ແມ່ນເປັນ​ປີ​ເຊື່ອມ​ຕໍ່​ລະ​ຫວ່າງ 2 ແຜນ​ການ 5 ປີ 2011 – 2015 ແລະ 2016 – 2020. ໃນ​ປີ 2016 ແລະ ໄລ​ຍະ 5 ປິ​ຈະ​ມາ​ເຖິງ, ຄວາມ​ສະ​ດວກ​ໄດ້​ເພີ່ມ​ຂຶ້​ນ​ໃນ​ຫຼ​າຍ​ດ້ານ, ແຕ່​ຄວ​າມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ກໍ​ໃຫຍ່​ຫຼວງ​ຢູ່. ໃນ​ສະ​ພາບ​ການນັ້ນ, ຮຽກ​ຮ້ອງ​ໃຫ້​ທົ່ວ​ພັກ, ທົ່ວ​ປວງ​ຊົນ, ທົ່ວ​ກອງ​ທັບ​ຫວຽດ​ນາມ ຕ້ອມ​ມານ​ະ​ພະ​ຍາ​ຍາມ​ສູ້​ສົນ​ຢ່າງ​ສູງກວ່າ, ແຮງກວ່າ, ຍູ້​ແຮງ​ພ​າ​ລະ​ກິດ​ປ່ຽນ​ໃໝ່​ຢ່າງ​ຮອບ​ດ້ານ, ພັດ​ທະ​ນາ​ເສ​ດ​ຖະ​ກິດ​ຢ່າງ​ໄວ ແລະ ໝັ້ນ​ຄົງ…

ຂ່າວ/ບົດ​ອື່ນ