ຫວຽດນາມດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງສປຊເດືອນ ມັງກອນ 2020 – “ກາລະໂອກາດທີ່ດີ” ເສີມຂະຫຍາຍທີ່ຕັ້ງບົດບາດຂອງປະເທດຊາດ

(VOVWORLD) -ເລື່ອງເຂົ້າຮ່ວມສະພາຄວາມໝັ້ນຄົງຂອງສປຊໃນສະພາບທີ່ມີສິ່ງທ້າທາຍຫຼາຍຢ່າງ, ຫວຽດນາມ ຈະຢຶດໝັ້ນຕໍ່ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍຫຼາຍຮູບຫຼາຍແບບ
ຫວຽດນາມດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງສປຊເດືອນ ມັງກອນ 2020 – “ກາລະໂອກາດທີ່ດີ” ເສີມຂະຫຍາຍທີ່ຕັ້ງບົດບາດຂອງປະເທດຊາດ - ảnh 1 (ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ)

ເນື່ອງໃນໂອກາດຫວຽດນາມ ດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງສະຫະປະຊາຊາດໃນເດືອນ ມັງກອນ 2020, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິງມິນ ໄດ້ມີບົດຂຽນດ້ວຍຫົວຂໍ້ວ່າ ຫວຽດນາມ ດຳລົງຕຳແໜ່ງປະທານສະພາຄວາມໝັ້ນຄົງສະຫະປະຊາຊາດໃນເດືອນ ມັງກອນ 2020: “ກາລະໂອກາດທີ່ດີ” ເສີມຂະຫຍາຍທີ່ຕັ້ງບົດບາດຂອງປະເທດຊາດ ດ້ວຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ”.

          ໃນບົດຂຽນ, ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ, ເລື່ອງເຂົ້າຮ່ວມສະພາຄວາມໝັ້ນຄົງຂອງສປຊໃນສະພາບທີ່ມີສິ່ງທ້າທາຍຫຼາຍຢ່າງ, ຫວຽດນາມ ຈະຢຶດໝັ້ນຕໍ່ແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍຫຼາຍຮູບຫຼາຍແບບ, ມານະພະຍາຍາມຊຸກຍູ້ການເຈລະຈາ, ຫຼຸດຜ່ອນຄວາມເຄັ່ງຕຶງ ແລະ ການສູ້ຢັນກັນ, ຊອກຫາມາດຕະການທີ່ມີຄວາມຍຸຕິທຳ, ເໝາະສົມກວ່າ ໃຫ້ແກ່ບັນດາບັນຫາທີ່ນາບຂູ່ເຖິງສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະ ສາກົນ; ຊຸກຍູ້ການເຄົາລົບກົດໝາຍສາກົນ, ກົດບັດຂອງສະຫະປະຊາຊາດ, ໂດຍສະເພາະແມ່ນບັນດາຫຼັກການພື້ນຖານກ່ຽວກັບຄວາມສະເໝີພາບທາງດ້ານອະທິປະໄຕລະຫວ່າງບັນດາປະເທດ, ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ລະບອບການເມືອງ - ສັງຄົມ, ບໍ່ແຊກແຊງເຂົາວຽກງານພາຍໃນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ອາວຸດ.

          ຄາດວ່າ, ຫວຽດນາມ ຈະເປັນປະທານຈັດຕັ້ງກອງປະຊຸມ, ການປຶກສາຫາລື 30 ຄັ້ງແລະ ຕົກລົງກ່ຽວກັບການເຄື່ອນໄຫວຂອງຄະນະປະຕິບັດງານຮັກສາສັນຕິພາບ ແລະ ຄະນະປະຕິບັດງານການເມືອງຢູ່ຫຼາຍປະເທດ. ພິເສດ, ດ້ວຍບົດບາດເປັນປະທານ, ຫວຽດນາມ ຈະຈັດຕັ້ງ 2 ເຫດການສຳຄັນຄື: ວາລະປຶກສາຫາລືເປີດຂັ້ນລັດຖະມົນຕີ ໃນວັນທີ 09 ມັງກອນ ດ້ວຍຫົວຂໍ້ວ່າ “ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງສະຫະປະຊາຊາດ: ເພີ່ມທະວີຄວາມເຄົາລົບກົດບັດສະຫະປະຊາຊາດ ເພື່ອຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ”; ກອງປະຊຸມກ່ຽວກັບຫົວເລື່ອງ “ການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງພາກພື້ນ ແລະ ອະນຸພາກພື້ນໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ: ບົດບາດຂອງອາຊຽນ”.

ຕອບກັບ

ຂ່າວ/ບົດ​ອື່ນ