ຫວຽດນາມຕັ້ງຫນ້າກະກຽມໃຫ້ແກ່ງານແຂ່ງຂັນສີມືແຮງງານອາຊຽນຄັ້ງທີ10

ຫວຽດນາມຕັ້ງຫນ້າກະກຽມໃຫ້ແກ່ງານແຂ່ງຂັນສີມືແຮງງານອາຊຽນຄັ້ງທີ10 - ảnh 1
ພາບປະກອບ:internet


(vovworld)- ຕອນ​ເຊົ້າ​ວັນ​ທີ 17/3 ຢູ່ ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ ​ໄດ້​ຈັດການ​ປະຊຸມ​ຂ່າວ​ກ່ຽວ​ກັບ​ກອງ​ປະຊຸມ​ຄະນະ​ກຳມະການ​ເຕັກນິກ​ຄັ້ງ​ທີ 1 ຂອງ​ງານ​ແຂ່ງຂັນ​ສີມື​ແຮງງານອາ​ຊຽນຄັ້ງ​ທີ 10 ຊື່​ງຈະ​ຖືກ​ຈັດ​ຂຶ້ນ​ໃນ​ເດືອນ 10 ຈະ​ມາ​ເຖິງ. ງານ​ແຂ່ງ​ຂັນ​ສີມືແຮງງານ ອາ​ຊຽນ ຄັ້ງ​ນີ້ ຈະ​ດຶງ​ດູດ​ຜູ້​ເຂົ້າ​ຮ່ວມ​ 280 ຄົນ​ທີ່​ມາ​ຈາກ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ. ທ່ານ ກາວ​ວັນ​ເຊີມ, ຮອງ​ຫົວຫນ້າ​ກົມ​ສອນ​ວິຊາ​ຊີບ, ຮອງ​ຫົວຫນ້າ​ຄະນະ​ຈັດ​ຕັ້ງ​ງານ​ແຂ່ງຂັນ​ສີມືແຮງງານ ອາ​ຊຽນ ​ໃຫ້​ຮູ້​ວ່າ:

“​ເດືອນ 5 ຈະ​ມາ​ເຖິງ, ຫວຽດນາມ ຈະ​ຈັດ​ຕັ້ງ​ງານ​ແຂ່ງຂັນ​ສີມື​ແຮງງານແຫ່ງ​ຊາດ ​ເພື່ອຄັດ ເລ​ືອກ​ຜູ້ດີ​ເດັ່ນ​​ເຂົ້າ​ຮ່ວມ​ງານ​ແຂ່ງຂັນ​ສີມື​ແຮງງານອາ​ຊຽນຄັ້ງ​ທີ 10. ​ເມື່ອ​ໄດ້​ຮັບ​ການ​ເລືອກ​ເຟັ້ນ ​ແລ້ວ ພວກ​ນ້ອງ​ຕ້ອງ​ຝຶກ​​ແອບ​ເພື່ອ​ຍົກ​ສູງ​ຄວາມ​ຊຳນານ​ງານ ກະກຽ​ມ​ເຂົ້າຮ່ວມງານ​ແຂ່ງຂັນ​ດັ່ງກ່າວ.”

 

 

 

ຂ່າວ/ບົດ​ອື່ນ