ຫວຽດນາມຕັ້ງຫນ້າຊຸກຍູ້ການຮ່ວມມືແມ່ນ້ຳຂອງ-ລ້ານຊ້າງ

ຫວຽດນາມຕັ້ງຫນ້າຊຸກຍູ້ການຮ່ວມມືແມ່ນ້ຳຂອງ-ລ້ານຊ້າງ - ảnh 1
ທ່ານ​ຟ້າມ​ບີງ​ມີງ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ຫວຽດ​ນາມ​ພ້ອມ​ກັບ​ຜູ້​ແທນ​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມກອງ​ປະ​ຊຸມ
ພາບ:TTXVN

(vovworld)- ​ແຕ່​ວັນ​ທີ 22-24/3, ທ່ານ​ຟ້າມ​ບີງ​ມີງ, ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ​ຮ່ວມ​ມື​ແມ່ນ​້ຳ​ຂອງ - ລ້ານ​ຊ້າງ​ຄັ້ງ​ປະ​ຖົມ​ມະ​ເລິກ ແລະ ກອງ​ປະ​ຊຸມ​ປະ​ຈຳ​ປີ​ເວ​ທີ​ປາ​ໄສ​ ອາ​ຊີ​ ປົວ​ຢາວ ຢູ່ ແຂວງ ໄຮ່​ຫນານ ປະ​ເທດ​ຈ​ີນ. ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ເນື່ອງ​ໃນ​ເຫດ​ການນີ້, ທ່ານ ດັ້ງ​ມີງ​ຄອຍ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ຈີນ ຖື​ວ່າ: ການ​ຮ່ວມ​ມື​ແມ່​ນ້ຳ​ຂອງ- ​ລ້ານ​ຊ້າງ​ (MLC) ປະ​ກອບ​ສ່ວນ​ສ​ຳ​ຄັນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ ອາ​ຊຽນ - ຈີນ. ກອງ​ປະ​ຊຸມ​ຄັ້ງນີ້ ຄາດ​ວ່າ​ຈະ​ຮັບ​ຮອງ​ເອົາ “ຖະ​ແຫລງ​ການ​ຮ່ວມ ຊານ​ຢາ,ໃນ​ນັ້ນ ວາ​ງ​ອອກ​ບັນ​ດາ​ຫລັກ​ການ ແລະ ການ​ກຳ​ນົດ​ທິດ​ຍາວ​ນານ​ໃຫ​້​ແກ່​ການ​ຮ່ວມ​ມື MLC.

        ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ຈີນ, ທ່າ​ນ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ມີງ​ຄອຍ ໃຫ້​ຮູ້​ວ່າ: ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ຈີນ ໃນ​ໄລ​ຍະ​ຜ່ານ​ມາ ແມ່ນ​ຮັກ​ສາ​ທ່າ​ອ່ຽງ​ປັບ​ປຸງ ແລະ ພັດ​ທະ​ນາ​ຢ່າງ​ຕັ້ງ​ຫນ້າ. ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ມີ​ຄອຍ ເນັ້ນ​ຫນັກ​ເຖິງ​ຄວາມ​ຈຳ​ເປັນ​ຕ້ອງ​ເຄົາ​ລົບ​ຄວາມ​ຮັບ​ຮູ້​ລ​ວມ​ຊື່ງ​ການ​ນຳ​ຂັ້ນ​ສູງ​ສອງ​ພັກ, ສອງ​ລັດ​ບັນ​ລຸ​ໄດ້​ກ່ຽວ​ກັບ​ການ​ແກ້​ໄຂ​ບັນ​ຫາ​ທະ​ເລ.

ຂ່າວ/ບົດ​ອື່ນ