ຫວຽດນາມຕັ້ງຫນ້າອະນຸລັກຮັກສາແລະເສີມຂະຫຍາຍຄຸນຄ່າບັນດາຕົວເມືອງມໍລະດົກ

(VOVWORLD) -ຕອນເຊົ້າວັນທີ 14 ມິຖຸນາ ຢູ່ ນະຄອນ ໂຮ້ຍອານ ໄດ້ດຳເນີນ ກອງປະຊຸມສຳມະນາສາກົນ “ການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າບັນດາຕົວເມືອງມໍລະດົກ”. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນ ຊື່ງແມ່ນຜູ້ຊ່ຽວຊານຢູ່ພາຍໃນປະເທດ ແລະ ສາກົນ ໄດ້ຍົກຄຳເຫັນກ່ຽວກັບວຽກງານອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກກໍຄືບົດຮຽນຂອງບັນດານັກຄຸ້ມຄອງ, ຜູ້ຊ່ຽວຊານຄົ້ນຄວ້າ.

ຫວຽດນາມຕັ້ງຫນ້າອະນຸລັກຮັກສາແລະເສີມຂະຫຍາຍຄຸນຄ່າບັນດາຕົວເມືອງມໍລະດົກ - ảnh 1ກອງປະຊຸມສຳມະນາ

(ພາບ: daidoanket.vn)

 ທ່ານ ຫງວຽນຈີຈູງ, ຜູ້ອຳນວຍການສູນຄຸ້ມຄອງອະນຸລັກຮັກສາມໍລະດົກວັດທະນະທຳ ນະຄອນ ໂຮ້ຍອານ, ແຂວງ ກວາງນາມ ແບ່ງປັນວ່າ: ຢູ່ ໂຮ້ຍອານ ຍັງຮັກສາປູຊະນີຍະສະຖານກວ່າ 1000 ແຫ່ງ ຄື: ເຮືອນບູຮານ, ສາລາບ້ານ, ວັດວາອາຮາມ, ຫໍບູຊາວົງຕະກຸນ… ດ້ວຍຄຸນຄ່າພົ້ນເດັນກ່ຽວກັບວັດທະນະທຳນັ້ນ, ວັນທີ 4 ທັນວາປີ 1999 ຕົວເມືອງເກົ່າ ໂຮ້ຍອານ ໄດ້ຮັບການຮັບຮອງຈາກ UNESCO ວ່າແມ່ນຫນຶ່ງໃນບັນດາສະຖານທີ່ປະຕິບັດວຽກງານອະນຸລັກຮັກສາບັນດາຄຸນຄ່າວັດທະນະທຳຢູ່ ພາກພື້ນ ອາຊີ ປາຊີຟີກ ເປັນຢ່າງດີ.  ທ່ານ ຫງວຽນຈີຈູງ ໃຫ້ຮູ້ວ່າ:

        “ສຳລັບ ໂຮ້ຍອານ, ໃນຊຸມປີຜ່ານມາ ແລະ ໄລຍະຈະມາເຖິງ ຢາກອະນຸລັກຮັກສາ ແລະ ພັດທະນາການທ່ອງທ່ຽວ ບົນພື້ນຖານເສີມຂະຫຍາຍບົດບາດຂອງວົງຄະນາຍາດ ແລະ ບັນດາຝ່າຍກ່ຽວຂ້ອງ, ນັ້ນແມ່ນບັນຫາສຳຄັນທີ່ສຸດ. ການພັດທະນາຈະນຳມາເຊິ່ງຜົນປະໂຫຍດໃຫ້ວົງຄະນາຍາດ ແລະ ຈາກວົງຄະນາຍາດຈະມີຄວາມຮັບຜິດຊອບໃນການອະນຸລັກຮັກສາ, ນັ້ນແມ່ນສາຍພົວພັນຢ່າງແຫນ້ນແຟ້ນ ແລະ ຕ້ອງເສີມຂະຫຍາຍໄດ້ບົດບາດຂອງວົງຄະນາຍາດ ແລະ ບັນດາຝ່າຍກ່ຽວຂ້ອງ.”

ຕອບກັບ

ຂ່າວ/ບົດ​ອື່ນ