ຫວຽດນາມຕັ້ງຫນ້າໃນການປົກປ້ອງພົນລະເມືອງ,ກຽມພ້ອມໄປຮັບພົນລະເມືອງຢູ່ເຂດເກີດໂລກລະບາດສົ່ງກັບເມືອປະເທດ

(VOVWORLD) -"ໃນຊຸມມື້ຜ່ານມາ ບັນດາອົງການຕາງຫນ້າຫວຽດນາມ ຢູ່ ຈີນ ໄດ້ຕິດຕໍ່ ກັບພົນລະເມືອງຫວຽດນາມກວ່າ 400 ຄົນທີ່ພວມດຳລົງຊີວິດ, ເຮັດວຽກ, ໄປທ່ຽວຢູ່ ຈີນ ແລະຜ່ານການພົວພັນຕິດຕໍ່ ໄດ້ຮັບຂ່າວວ່າ ເຂົາເຈົ້າລ້ວນແຕ່ມີສຸຂະພາບປົກກະຕິ”

ຫວຽດນາມຕັ້ງຫນ້າໃນການປົກປ້ອງພົນລະເມືອງ,ກຽມພ້ອມໄປຮັບພົນລະເມືອງຢູ່ເຂດເກີດໂລກລະບາດສົ່ງກັບເມືອປະເທດ  - ảnh 1 ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ

ພາບ:TTXVN

ທີ່ການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມໃນຕອນບ່າຍວັນທີ 6 ກຸມພາ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ເນັ້ນຫນັກເຖິງບັນຫາເພື່ອປົກປ້ອງພົນລະເມືອງໃນສະພາບການໂລກໄວຣັດ ໂຄໂຣນາສາຍພັນໃຫມ່ ພວມແຜ່ລະບາດ. ທ່ານນາງ ເລທິທູຮັ່ງ ໃຫ້ຮູ້ວ່າ:

“ເມື່ອໄດ້ຮັບຂ່າວກ່ຽວກັບໂລກລະບາດ ກະຊວງການຕ່າງປະເທດຫວຽດນາມໄດ້ເປັນເຈົ້າການສະເຫນີບັນດາອົງການຕາງຫນ້າຂອງຫວຽດນາມ ຢູ່ ຕ່າງປະເທດ ພິເສດ ອົງການຜູ້ຕາງຫນ້າຫວຽດນາມ  ຢູ່ຈີນ ສະຫນອງຂໍ້ມູນຂ່າວ ແລະ ອັບເດັດການຜັນແປຂອງໂລກລະບາດເປັນປະຈຳ ກໍ່ຄືຄວາມມຸ່ງມາດປາດຖະຫນາຂອງພົນລະເມືອງຫວຽດນາມ, ບັນດາມາດຕະການຮັບມືຂອງປະເທດປະຈຳຖິ່ນ. ກະຊວງການຕ່າງປະເທດຫວຽດນາມໄດ້ປະກາດໂທລະສັບສາຍດ່ວນຂອງທຸກອົງການຕາງຫນ້າຫວຽດນາມ ຢູ່ ຈີນ ພ້ອມແລ້ວປະຕິບັດບັນດາມາດຕະການຫນູນຊ່ວຍ ແລະ ປົກປ້ອງພົນລະເມືອງຫວຽດນາມເມື່ອມີຄວາມຈຳເປັນ. ໃນຊຸມມື້ຜ່ານມາ ບັນດາອົງການຕາງຫນ້າຫວຽດນາມ ຢູ່ ຈີນ ໄດ້ຕິດຕໍ່ ກັບພົນລະເມືອງຫວຽດນາມກວ່າ 400 ຄົນທີ່ພວມດຳລົງຊີວິດ, ເຮັດວຽກ, ໄປທ່ຽວຢູ່ ຈີນ ແລະຜ່ານການພົວພັນຕິດຕໍ່ ໄດ້ຮັບຂ່າວວ່າ ເຂົາເຈົ້າລ້ວນແຕ່ມີສຸຂະພາບປົກກະຕິ.”

ເມື່ອຕອບຄຳຖາມກ່ຽວກັບກໍລະນີມີພົນລະເມືອງຫວຽດນາມ ຜູ້ຫນຶ່ງຢູ່ຈີນ ຖືກຕິດ ໄວຣັກ ໂຄໂຣນາ ສາຍພັນໃຫມ່, ທ່ານນາງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລທິທູຮັ່ງ ໃຫ້ຮູ້ວ່າ: ຜູ້ຕິດເຊື້ອພວມໄດ້ຮັບການປິ່ນປົວຢູ່ໂຮງໝໍເລກ 5 ຂອງແຂວງ ແຈງຊີ ຂອງຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ