ຫວຽດນາມຕັ້ງໜ້າ ຮັບມືກັບລົມພະຍຸ Sinlaku


ຫວຽດນາມຕັ້ງໜ້າ ຮັບມືກັບລົມພະຍຸ Sinlaku - ảnh 1

(ພາບ: vov)

(vovworld)- ​ ຕອນ​ເຊົ້າວັນ​ທີ 29/11, ທ່ານ​ກາວ​ດຶກ​ຟາດ, ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ​ໄດ້​ນຳ​ໜ້າ​ຄະນະ​ປະຕິບັດ​ງານ ລົງ​ກວດກາ​ວຽກ​ງານ​ຮັບ​ມື​ກັບ​ລົມ​ພະຍຸ Sinlaku ຢູ່​ແຂວງ​ບິງ​ດິ້ງ. ​ເມື​່ອ​ເຮັດ​ວຽກ​ກັບ​ການ​ນຳຫຼັກ​ແຫຼ່ງ ​ແລະ ບັນດາ​ຂະ​ແໜງ​ການ​ຂອ​ງ​ແຂວງ, ທ່ານ​ລັດຖະມົນຕີ​ກາວດຶກ​ຟາດ ຕີ​ລາຄາ​ສູງ​ຈິດ​ໃຈ​ຕັ້ງໜ້າ, ເປັນ​ເຈົ້າການຂອງ​ບິ່ງ​ດິ້ງ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຮັບ​ມື​ກັບ​ລົມ​ພະຍຸ​ຢ່າງ​ທັນ​ການ. ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ກຳ​ປັ່ນ​ຫາ​ປາ ​ແລະ ຊາວ​ປະມົງບົນ​ທະ​ເລ. ທ່ານ​ລັດຖະມົນຕີ​ກາວດຶກ​ຟາດ ຮຽກຮ້ອງ​ຕ້ອງ​ປະຕິບັດ “ຄຳ​ສັ່ງ​ເກຶອດຫ້າມ​ໄປມາບົນ​ທະ​ເລ“, ບໍ່​ໃຫ້​ກຳ​ປັ່ນ​ອອກ​ໄປສູ່​ທະ​ເລ ​ແລະ ຊາວ​ປະມົງ​ບໍ່​ໄດ້​ຢູ່ໃນກຳ​ປັ່ນ ຫຼື​ບ່ອນ​ລ້ຽງ​ປູກ​ສິນ​ໃນ​ນ້ຳບົນ​ທະ​ເລ, ​ແມ່ນ້ຳ…​ແຂວງຕ້ອງ​ຕິດຕາມ​ກວດກາການ​ຜັນ​ແປ​ຂອງ​ລົມ​ພະຍຸ ​ແລະ ກະກຽ​ມບັນດາ​ກຳລັງ, ພາຫະນະ​ກຽມພ້ອມ​ຮັບ​ມື​ເມື​ອ່ມີ​ຄຳ​ສັ່ງ​ຈຳ​ເປັນ; ທ່ານ​ໃສ່​ໃຈ​ວ່າ, ພາຍຫຼັງ​ເກີດ​ລົ​ມພະຍຸ​ຕ້ອງ​ມີ​ຄວາມ​ລະມັດລະວັງ ​ແລະ ​ເປັນ​ເຈົ້າການ​ຮັບປະກັນ​ຫຼັກ​ອະນາ​ໄມ​ໃນ​ເຂດ​ຖືກ​ນ້ຳຖ້ວມ./.

ຂ່າວ/ບົດ​ອື່ນ