ຫວຽດ​ນາມ​ຕັ້ງ​ໜ້າ ແລະ ເປັນ​ເຈົ້າ​ການ​ໃນ​ການ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ ອົງ​ການກາ​ແດງ ແລະ ​ຊິກວົງ​ເດ​ື​ອນແດງ​ສາ​ກົນ

(VOVWORLD) -ຫວຽດນາມ ຍາມໃດກໍ່ປະຕິບັດບັນດາພັນທະຂອງຕົນຢ່າງເຂັ້ມງວດ ຕາມບັນດາສົນທິສັນຍາ ເຊີແນວ ຄື ສະໜອງຂໍ້ມູນຂ່າວສານ, ຮັບປະກັບການໜູນຊ່ວຍດ້ານສາທາລະນະສຸກ
ຫວຽດ​ນາມ​ຕັ້ງ​ໜ້າ ແລະ ເປັນ​ເຈົ້າ​ການ​ໃນ​ການ​ເຂົ້າ​ຮ່ວມ​ຂະ​ບວນ​ການ​ ອົງ​ການກາ​ແດງ ແລະ ​ຊິກວົງ​ເດ​ື​ອນແດງ​ສາ​ກົນ - ảnh 1

ທ່ານເອກອັກຄະລັດຖະທູດ ເຢືອງຈີ໊ຢຸງ, ຫົວໜ້າຄະນະ ຫວຽດນາມ ປະຈຳ ເຊີແນວ ແລະ ທ່ານນາງ ຫງວຽນທິຊວັນທູ, ປະທານສະພາກາແດງ ຫວຽດນາມ ປະຈຳ ສະຫະພັນ ກາແດງ ແລະ ຊີກວົງເດືອນແດງ ສາກົນ ຄັ້ງທີ 33 (ພາບ: TTXVN)

ໃນລະຫວ່າງ ວັນທີ 9 – 12 ທັນວາ, ກອງປະຊຸມ ກາແດງ ແລະ ຊີກວົງເດືອນແດງສາກົນ ຄັ້ງທີ 33 ເຊິ່ງໄດ້ດຳເນີນຢູ່ ເຊີແນວ (ສະວິດ) ໂດຍມີການເຂົ້າຮ່ວມຂອງຜູ້ແທນ 2000 ທ່ານ ທີ່ຕາງໜ້າໃຫ້ແກ່ ຄະນະຜູ້ແທນ 196 ຄະນະທີ່ມາຈາກບັນດາລັດຖະບານ ແລະ ບັນດາອົງການສັງເກດການ, ພ້ອມກັບຄະນະກຳມະການສະພາກາແດງສາກົນ, ສະຫະພັນ ກາແດງ ແລະ ຊີກວົງເດືອນແດງສາກົນ ແລະ ສະພາກາແດງ ແລະ ຊີກວົງເດືອນແດງ ຂອງ 192 ປະເທດ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ເຢືອງຈີ໊ຢຸງ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ປະຈຳ ຢູ່ ສປຊ, ອົງການການຄ້າໂລກ (WTO) ແລະ ບັນດາອົງການຈັດຕັ້ງສາກົນຕ່າງໆ, ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ປະຕິບັດບັນດາພັນທະຂອງຕົນຢ່າງເຂັ້ມງວດ ຕາມບັນດາສົນທິສັນຍາ ເຊີແນວ ຄື ສະໜອງຂໍ້ມູນຂ່າວສານ, ຮັບປະກັບການໜູນຊ່ວຍດ້ານສາທາລະນະສຸກ… ທ່ານ ເຢືອງຈີືືຶິິືຶ໊ຢຸງ ເນັ້ນໜັກວ່າ ຫຼັກການພື້ນຖານຂອງກົດໝາຍວ່າດ້ວຍມະນຸດສະທຳສາກົນແມ່ນເຄົາລົບຊີວິດ ແລະ ກຽດສັກສີ ຂອງ ມະນຸດ, ນັບທັງຢູ່ໃນສະພາບທີ່ຮ້າຍແຮງທີ່ສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ