ຫວຽດນາມຕັ້ງໜ້າເຂົ້າ ຮ່ວມຮັບມືກັບການປ່ຽນ ແປງຂອງດິນຟ້າອາກາດ


ຫວຽດນາມຕັ້ງໜ້າເຂົ້າ ຮ່ວມຮັບມືກັບການປ່ຽນ ແປງຂອງດິນຟ້າອາກາດ - ảnh 1

ຜູ້​ແທນ​ຫວຽດນາມສະ​ເໜີ​ທີ່ກອງ​ປະຊຸມ​ສຳ​ມະ​ນາ

(ພາບ: Hà Linh/Vietnam+)

(vovworld)- ​ໃນວັນ​ທີ 8-9/2, ​ ​ກອງ​ປະຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ ​ແລະ ວຽກ​ງານ​ຄຸ້ມ​ຄອງ​ເຂດ​ລຸ່​ມ​ແມ່ນ້ຳ​​ໄດ້ຖືກ​ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ບາງກອກ ປະ​ເທດ​ໄທ ​ເພື່ອ​ແນ​ໃສ່​ຍົກ​ສູງຄວາມ​ສາມາດ​ຮັບ​ມືກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດຂອງ​ບັນດາ​ປະ​ເທດ​ອາຊີ. ກອງ​ປະຊຸມ​ສຳ​ມະ​ນາ​ໄດ້​ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ຜູ້​ແທນ 45 ທ່ານ ຊື່​ງ​ແມ່ນ​ບັນດາ​ຜູ້​ຊ່ຽວຊານ​ຄົ້ນຄ້ວາ​ສິ່ງ​ແວດ​ລ້ອມ, ດິນ​ຟ້າ​ອາກາດ ​ແລະ ຊັບພະຍາກອນ​ທຳ​ມະ​ຊາດ. ມີ 19 ຫົວ​ເລື່ອງ​ຄົ້ນຄ້ວາ​ໄດ້​ຖືກ​ນຳ​ມາສະ​ເໜີ​ທີ່ກອງ​ປະຊຸມ​ສຳ​ມະ​ນາຄັ້ງນີ້, ​ໃນ​ນັ້ນ, ຄະນະ​ຜູ້​ແທນ​ຫວຽດນາມ ປະກອບ 5 ຫົວ​ເລື່ອງ​ໃນ​ບັນດາ​ຂົງ​ເຂດ​ດິນ​ຟ້າ​ອາກາດ ​ແລະ ຊັບພະຍາກອນ​ນ້ຳ, ບັນຫາ​ກຳຈັດ​ນ້ຳຖືກ​ມົນ​ລະ​ພິດ ​ແລະ ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ ​ໄດ້​ຮັບ​ຄວາມ​ສົນ​ໃຈ​ພິ​ເສດ. ບັນດາ​ຜູ້​ຊ່ຽວຊານ​ຫວຽດນາມ ມາ​ຈາກ​ມະຫາວິທະຍາ​ໄລ​ພາຍ​ໃນ​ປະ​ເທດ​ຈຳນວນ​ໜຶ່ງ ​ແລະ ບັນດາ​ອົງການ​ລັດຖະບານ ສະ​ເໜີ​ບັນດາ​ໂຄງການຄົ້ນຄ້ວາ​ຢູ່​ຫວຽດນາມ ​ໄດ້ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ບັນດາ​ຜູ້​ແທນ​ເຂົ້າຮ່ວມກອງ​ປະຊຸມ​ສຳ​ມະ​ນາ./.

ຂ່າວ/ບົດ​ອື່ນ