ຫວຽດນາມຕັ້ງໜ້າເຂົ້າຮ່ວມຍຸດທະສາດເສດຖະກິດພາສາຝຣັ່ງ

ຫວຽດນາມຕັ້ງໜ້າເຂົ້າຮ່ວມຍຸດທະສາດເສດຖະກິດພາສາຝຣັ່ງ - ảnh 1
ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ
(ພາບ: Thống Nhất/TTXVN)

(vovworld) - ວັນ​ທີ 30/11, ກອງ​ປ​ະ​ຊຸມ​ຂັ້ນ​ສູງ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝ​ຮັ່ງ ຄັ້ງ​ທີ 15 ອັດ​ລົງ​ຢູ່​ນະ​ຄອນຫຼວງ Dakar, Senegal. ການ​ນຳ​ຂັ້ນ​ສູງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຮັບ​ຮອງ​ເອົາ​ເອ​ກະ​ສານ​ສຳ​ຄັນ​ມີ​ລັກ​ສະ​ນະ​ກຳ​ນົດ​ທິດ​ໃຫ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ປະ​ຊາ​ຄົມ​ໃຊ້​ພາ​ສາ​ຝ​ຣັ່ງ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຈາກ​ບັນ​ດາ​ຂົງ​ເຂດ​ສັນ​ຕິ​ພາບ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ພາ​ສາ​ເປັນຫຼາຍ​ຮູບ​ແບບ ແລະ ວັດ​ທະ​ນະ​ທຳ, ການ​ສຶກ​ສາ​ຕະຫຼອດ​ຮອດ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ພັດ​ທະ​ນາ​ແບບ​ຍືນ​ຍົງ. ພິ​ເສດ, ກອງ​ປະ​ຊຸມ​ຮັບ​ຮອງ​ເອົາ​ຍຸດ​ທະ​ສາດ​ເສດ​ຖະ​ກິດ​ພາ​ສາ​ຝ​ຣັ່ງ, ສ້າງ​ພື້ນ​ຖານ​ໃຫ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຊ​ຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ​ໃນ​ການ​ໃຊ້​ພາ​ສາ​ຝ​ຣັ່ງ ໄລ​ຍະ​ຈະ​ມາ​ເຖິງ. ກອງ​ປະ​ຊຸມກໍ່​ຮັບ​ຮອງ​ເອົາ 9 ມະ​ຕິ​ກ່ຽວ​ກັບ​ສະ​ພາບ​ວິ​ກິດ​ການ, ການ​ປະ​ທະ​ກັນຢູ່​ບາງ​ປະ​ເທດ ແລ​ະ​ເຂດ​ແຄ້ວນ, ຕ້ານກໍ່​ການ​ຮ້າຍ, ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ… ເປັນ​ຄັ້ງ​ທຳ​ອິດ, ບັນ​ດາ​ການ​ນຳ​ລັດ ແລະ ລັດ​ຖະ​ບານ​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝ​ຣັ່ງ ກໍ່​ເຕື້ອງ​ເຖິງ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ສະ​ແດງ​ຄວາມ​ວິ​ຕົກ​ວັງ​ວົນ​ຢ່າງເລິກ​ເຊິ່ງ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໃນ​ໄລ​ຍະ​ຜ່ານ​ມາ, ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ​ຈົ່ງ​ລະ​ງັບ​ໃຈ, ແກ້​ໄຂ​ຄວາມ​ຂັດ​ແຍ້ງ​ກັນ​ໂດຍ​ສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ໃນ​ນັ້ນ​ມີ​ສົນ​ທິ​ສັນ​ຍາ​ຂອງ ສ​ປ​ຊ​ ກ່ຽວ​ກັບ​ກົດ​ໝາຍ​ທະ​ເລ​ປີ 1982. ກອງ​ປະ​ຊຸມ​ໄດ້​ເລືອກ​ຕັ້ງ​ທ່ານ​ນາງ Michaelle Jean ເປັນ​ເລ​ຂາ​ທິ​ການ​ໃຫຍ່​ຄົນ​ໃໝ່. ຄະ​ນະ​ຜູ້​ແທນ ຫວຽດ​ນາມ ໂດຍ​ທ່ານ​ນາງ ຫງວຽນ​ທິຢ​ວານ, ຮອງ​ປະ​ທານ​ປະ​ເທດເປັນ​ຫົວ​ໜ້າ​ຄະ​ນະ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ. ຢູ່ນອກກອງ​ປະ​ຊຸມ, ທ່ານ​ນາງ​ ຫງວຽນ​ທິຢ​ວານ ມີ​ການ​ພົບ​ປະ​ກັບ​ການ​ນຳ 2 ປະ​ເທດ, ເລ​ຂາ​ທິ​ການ​ໃຫຍ່​ບັນ​ດາ​ປະ​ເທດ​ໃຊ້​ພາ​ສາ​ຝ​ຮັ່ງ​ເພື່ອ​ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ເພື່​ອ​ຊຸກ​ຍູ້​ການ​ພົວ​ພັນ 2 ຝ່າຍ ແລະ ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.


ຂ່າວ/ບົດ​ອື່ນ