ຫວຽດນາມຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວທີ່ກອງປະຊຸມເຂົ້ົ້າໜ້າທີ່ຂັ້ນສູງ G20

(VOVWORLD) -ໃນລະຫວ່າງວັນທີ 19 – 20 ມັງກອນ, ຢູ່ໂຕກຽວ, ປະເທດຍີ່ປຸ່ນ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ບຸຍແທງເຊີນ ໄດ້ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ຂັ້ນສູງ (Sherpa) ຄັ້ງທີ 1 ຂອງກຸ່ມ 20 ພື້ນຖານເສດຖະກິດແຖວໜ້າໂລກ (G20).

ຫວຽດນາມຕັ້ງໜ້າເຂົ້າຮ່ວມບັນດາການເຄື່ອນໄຫວທີ່ກອງປະຊຸມເຂົ້ົ້າໜ້າທີ່ຂັ້ນສູງ G20 - ảnh 1ຫວຽດນາມ ເຂົ້າຮ່ວມບັນດາການເຄື່ອນໄຫວທີ່ກອງປະຊຸມເຂົ້ົ້າໜ້າທີ່ຂັ້ນສູງ G20 

(ພາບ: TG&VN)

ນີ້ແມ່ນກອງປະຊຸມກະກຽມໃຫ້ແກ່ກອງປະຊຸມສຸດຍອດ G20 ເຊິ່ງຈະດຳເນີນໃນລະຫວ່າງວັນທີ 28 – 29 ມິຖຸນາ 2019 ຢູ່ Osaka, ປະເທດຍີ່ປຸ່ນ. ກອງປະຊຸມໄດ້ກວດກາບັນດາໝາກຜົນຂອງ G20 ທີ່ບັນລຸໄດ້, ປຶກສາຫາລືບັນດາການກຳນົດທິດ ແລະ ຈຸດສຸມຂອງໂຄງການດຳເນີນງານຂອງ G20 ໃນປີ 2019, ໂດຍສະເພາະແມ່ນບັນດາບັນຫາຈຸດສຸມ ເຊິ່ງບັນດາການນຳຈະປຶກສາຫາລືທີ່ກອງປະຊຸມສຸດຍອດ G20.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ບຸຍແທງເຊີນ, Sherpa Vietnam, ເນັ້ນໜັກເຖິງຄວາມຈຳເປັນຄວນເພີ່ມທະວີການສົມທົບນະໂຍບາຍເພື່ອຮັບປະກັນເສດຖະກິດມະຫາພາກທົ່ວໂລກເປັນປົກກະຕິ, ຊຸກຍູ້ການພັດທະນາແບບຍືນຍົງ, ກວມລວມ; ສະໜັບສະໜູນລະບົບການຄ້າຫຼາຍຝ່າຍ ບົນພື້ນຖານກົດໝາຍ. ທ່ານຮອງລັດຖະມົນຕີ ບຸ່ຍແທງເຊີນ ກໍ່ຢືນຢັນຄຳໝັ້ນສັນຍາຂອງຫວຽດນາມ ສຳລັບສັນຍາປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ; ສະເໜີໃຫ້ G20 ສະໜັບສະໜູນຂໍ້ລິເລີ່ມຂອງຫວຽດນາມ ທີ່ກອງປະຊຸມ G7 ເປີດກວ້າງ 2018 ກ່ຽວກັບການສ້າງກົນໄກທົ່ວໂລກ ໃນການປ້ອງກັນຂີ້້ເຫຍື້ອທາງທະເລ.

        ເນື່ອງໃນໂອກາດນີ້, ທ່ານຮອງລັດຖະມົນຕີ ບຸ່ຍແທງເຊີນ ໄດ້ມີການພົບປະ 2 ຝ່າຍກັບ Sherpa ແລະ ຫົວໜ້າຄະນະບັນດາປະເທດຍີ່ປຸ່ນ, ອາເມລິກາ, ອິນເດຍ, ໄທ… ເພື່ອຊຸກຍູ້ການພົວພັນລະຫວ່າງຫວຽດນາມ ແລະ ບັນດາຄູ່ຮ່ວມມື, ແບ່ງປັນ ແລະ ສົມທົບກັນຊຸກຍູ້ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈໃນໂຄງການດຳເນີນງານ G20.

ຕອບກັບ

ຂ່າວ/ບົດ​ອື່ນ