ຫວຽດນາມຕັດສິນໃຈປົກປັກຮັກສາອະທິປະໄຕຜືນແຜ່ນດິນຂອງປະເທດຊາດ

ຫວຽດນາມຕັດສິນໃຈປົກປັກຮັກສາອະທິປະໄຕຜືນແຜ່ນດິນຂອງປະເທດຊາດ - ảnh 1
ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ຝ້າມກວາງວິງ
(ພາບ: http://vtc.vn/)

(vovworld)- ວັນ​ທີ 29/5 ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ຝ້າມກວາງວິງ ໄດ້ມີ​ການຕອບສຳພາດຜູ້ດຳເນີນລາຍການ, ບັນນາທິການ Kristie Lu Stout ຂອງ​ລາຍການ News Stream ຂອງ CNN. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ຝ້າມກວາງວິງ ໄດ້ຢັ້ງຢືນອະທິປະໄຕ ຂອງຫວຽດນາມທີ່ມີຕໍ່ໝູ່ເກາະ ຮ່ວາງຊາ, ສິດອະທິປະໄຕ, ສິດອຳນາດສານ ທີ່ມີຕໍ່ບັນດາເຂດທະເລຕາມຂໍ້ກຳນົດຂອງ ສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍ​ທະ​ເລ​ປີ 1982; ຄັດຄ້ານ​ຢ່າງ​ຮຸນ​ແຮງ​ເລື່ອງ​ຈີນ​ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ພ້ອມ​ດ້ວຍ​ບັນ​ດາ​ກຳ​ປັ່ນ​ຄຸ້ມ​ກັນ,​ ນັບ​ທັງ​ກຳ​ປັ່ນ​ທະຫານ​ລ່ວງ​ລ້ຳ​ເລິກ​ເຂົ້າ​ເຂດ​ຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ລ່ວງ​ລະ​ເມີດ​ກົດໝາຍ​ສາກົນ, ສົ່ງ​ຜົນ​ສະທ້ອນ​ໂດຍ​ກົງ​ເຖິງ​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ສິດ​ເສລີ​ໃນ​ການ​ເດີນ​ທະ​ເລ; ​ຮຽກຮ້ອງ​ຈີນ​ຕ້ອງ​ຖອນ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ພ້ອມ​ດ້ວຍ​ບັນ​ດາ​ກຳ​ປັ່ນ​ຄຸ້ມ​ກັນ ອອກ​ຈາກ​ເຂດທ່ານ​ທະ​ເລ​ຂອງ​ຫວຽດນາມ. ​ເລື່ອງ​ຈີນ​ນຳ​ໃຊ້​ກຳລັງ​ອາວຸດ​ຢຶດຄອງ​ໝູ່​ເກາະ​ຮ່ວາງ​ຊາຂອງ​ຫວຽດນາມ ​ແມ່ນ​ໄດ້ລ່ວງ​ລະ​ເມີດ​ກົດໝາຍ​ສາກົນ ​ແລະ ບໍ່​ອາດ​ຮັບ​ຮູ້​ໄດ້. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ຝ້າມກວາງວິງ ຊີ້​ແຈ້ງວ່າ ຫວຽດນາມ​ຄັດຄ້ານ​ຢ່າງ​ຮຸນ​ແຮງ​ເລື່ອງ​ຈີນ​ຢຶດຄອງ​ໝູ່​ເກາະ​ຮ່ວາງ​ຊາຂອງ​ຫວຽດນາມຢ່າງ​ຜິດ​ກົດໝາຍ; ຫວຽດນາມ​ຕັດສິນ​ໃຈປົກ​ປັກ​ຮັກສາ​ອະທິປະ​ໄຕຜືນ​ແຜ່ນດິນ ​ແລະ ບັນດາ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຕົນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ດ້ວຍ​ບັນດາ​ມາດ​ຕະການ​ໂດຍ​ສັນຕິ​ວິທີ, ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີສົນທິສັນຍາສະຫະປະຊາຊາດ ກ່ຽວກັບກົດໝາຍ​ທະ​ເລ​ປີ 1982 .

   ກ່ຽວຂ້ອງ​ເຖິງ​ກໍລະນີ​ກຳ​ປັ່ນ​ຫາ​ປາ​ຂອງ​ຫວຽດນາມ​ຖືກ​ກຳ​ປັ່ນ​ຈີນ​ຕຳ​​ໃຫ້ຈົມ​ໃຕ້​ນ້ຳຢູ່​ເຂດ​ຫາ​ປາ​ທີ່​ມີ​ມາ​ແຕ່​ດົນ​ນານ ​ແລະ ຂຶ້ນ​ກັບ​ເຂດ​ເສດຖະກິດ​ຈຳ​ເພາະ​ຂອງ​ຫວຽດນາມ​, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ຝ້າມ ກວາງວິງຢືນຢັນ​ວ່າ : ບັນດາການ​ກະທຳຂອງ​ຈີນ​ແມ່ນ​ໄດ້ລ່ວງ​ລະ​ເມີດ​ກົດໝາຍ​ສາກົນ, ທຳລາຍ​ຊີວິດ​ອີນຊີ ​, ຊັບ​ສິນ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຊາວ​ປະມົງ​ຫວຽດນາມ. ຫວຽດນາມ​ຮຽກຮ້ອງ​ຈີນ​ຈົ່ງ​ຢຸດຕິ​ບັນດາ​ການ​ກະທຳ​ໄຮ້​ມະນຸດສະທຳ, ​ເຄົາລົບ​ກົດໝາຍ​ສາກົນ ​ແລະ ບໍ່​ປະ​​ໃຫ້​ເກີດ​ການ​ກະທຳ​ເຊັ່ນ​ດຽວ​ກັນ​ຄືນ​ໃໝ່. ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດຫວຽດນາມ ຝ້າມ ກວາງວິງ​ເນັ້ນ​ໜັກ​ວ່າ ການ​ກະທຳ​ຂອງ​ຈີນ​ຢູ່ທະ​ເລເລ​ຕາ​ເວັນ​ອອກ ຍິ່ງ​ເຮັດ​ໃຫ້​ເພີ່ມ​ທະວີ​ຄວາມ​ເຄັ່ງ​ຕຶງ, ສົ່ງ​ຜົນ​ຮ້າຍ​ຕໍ່​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ​ໃນ​ການ​ເດີນ​ທະ​ເລ​ຢູ່​ພາກ​ພື້ນ. 

ຂ່າວ/ບົດ​ອື່ນ