ຫວຽດນາມຕັດສິນໃຈພ້ອມກັບອາເມລິກາແລະບັນດາປະເທດສະມາຊິກສິ້ນສຸດການເຈລະຈາTPP

ຫວຽດນາມຕັດສິນໃຈພ້ອມກັບອາເມລິກາແລະບັນດາປະເທດສະມາຊິກສິ້ນສຸດການເຈລະຈາTPP - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ​ນຊາງ ​
​ຕ້ອນຮັບ​ຜູ້ຕາງໜ້າ​ກາ​ນຄ້າ​ອາ​ເມ​ລິ​ກາ
(ພາບ: TTXVN)


(vovworld) – ​ເນື່ອງ​​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງປະຊຸມ​ສຸດ​ຍອດ​ສະຫະ​ປະຊາ​ຊາດ ທີ່​ນິວຢອກ, ວັນ​ທີ 28/09, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ​ນຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ຜູ້ຕາງໜ້າ​ກາ​ນຄ້າ​ອາ​ເມ​ລິ​ກາ Michael Froman. ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ ສະ​ເໜີ​ໃຫ້​ຝ່າ​ຍອາ​ເມ​ລິ​ກາ ຕັ້ງໜ້າ​ຕອບ​ສະໜອງ​ບັນດາ​ຂໍ້​ສະ​ເໜີ​ຂອງ​ຫວຽດນາມ ກ່ຽວ​ກັບ​ການ​ເປີດ​​ຕະຫຼາດ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ສິນຄ້າ​ນຳ​ເຂົ້າຂອງ​ຫວຽດນາມ, ​ໃນ​ນັ້ນ​ມີ​ເລື່ອງ​ສະ​ກັດ​ກັ້ນ​ບັນດາ​ຮົ້ວ​ກີດຂວາງ​ດ້ານ​ການ​ຄ້າ​ສຳລັບ​ສິນຄ້າ​ນຳ​ເຂົ້າ​ຈາກ​ຫວຽດນາມ. ​ທັງ 2 ປະ​ເທດ​ກໍເພີ່ມ​ທະວີ​ການ​ຮ່ວມ​ມື ບົນ​ເນື້ອ​ໃນ​ຈິດ​ໃຈ​ຖະ​ແຫຼງການ​ກ່ຽວ​ກັບ​ວິ​ໄສ​ທັດ​ລວມ​ລະຫວ່າງ​ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ເພື່ອ​ສາມາດ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ ​ແລະ ພັນທະ​​ໃນ TPP ​ເປັນ​ຢ່າງ​ດີ​ເໝາະ​ສົມ​ກັບ​ກົດ​ໝາຍ​ສາກົນ ​ແລະ ກົດໝາຍ​ຫວຽດນາມ, ສະ​ເໜີ​ຮັບ​ຮອງ​ກົດ​ລະບຽບ​​ເສດຖະກິດການ​ຕະຫຼາດ​ຂອງຂອງ​ຫວຽດນາມ; ຈຳກັດ​ບັນດາ​ການ​ຮ້ອງ​ຟ້ອງ​ຂາຍ​ບຸບ​ລາຄາ, ຕ້ານ​ການ​ໜູນ​ຊ່ວຍ​ສຳລັບ​ປາຈາ, ປາບາ​ຊາ ​ແລະ ກຸ້ງ​ຂອງ​ຫວຽດນາມ… ຫວຽດນາມ ຢືນຢັນຄວາມ​ຕັດສິນ​ໃຈ​ພ້ອມ​ກັບ​ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດສະ​ມາ​ຊິກ​ສິ້ນ​ສຸດ​ການ​ເຈລະຈາ TPP ບົນ​ພື້ນຖານ​ຮັບປະກັນຄວາມ​ສົມດູ​ນຜົນ​ປະ​ໂຫຍດ ​ແລະ ຄິດ​ໄລ​ເຖິງຄວາມ​ແຕກຕ່າງ​ກັນ​ກ່ຽວ​ກັບ​ລະ​ດັບ​ພັດທະນາ.

        ຜູ້ຕາງໜ້າ​ກາ​ນຄ້າ​ອາ​ເມ​ລິ​ກາ Michael Froman ​​ໃຫ້​ຮູ້ວ່າ, 2 ຝ່າຍ​ຄວນ​ມານະ​ພະຍາຍາມ​ຕັດສິນ​ໃຈແກ້​ໄຂ​ບາງ​ບັນຫາ​ທີ່​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ, ປະກອບສ່ວນ​ເຂົ້າ​​ໃນ​ຄາດໝາຍ​ລວມ​ແມ່ນບັນ​ລຸ TPP ​​ໂດຍ​ໄວ. ພ້ອມກັນ​ນັ້ນ, 2 ຝ່າຍ​ຕ້ອງສືບ​ຕໍ່​ຮ່ວມ​ມືເພື່ອ​ຊຸກຍູ້​ການ​ພົວພັນ​ດ້ານ​ການຄ​້າ 2 ຝ່າຍ ຮັກສາ​ທ່າ​ເຕີມ​ໂຕ​ປະ​ທັບ​ໃຈ​ຄື​ປະຈຸ​ບັນ.

ຂ່າວ/ບົດ​ອື່ນ