ຫວຽດນາມຕີລາຄາສູງ ການໜູນຊ່ວຍຂອງ UNODC ໃນການຄວບຄູມຢາເສບຕິດ

ຫວຽດນາມຕີລາຄາສູງ ການໜູນຊ່ວຍຂອງ UNODC  ໃນການຄວບຄູມຢາເສບຕິດ  - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ
ຕ້ອນຮັບ​ທ່ານ Jeremey Douglas ຫົວໜ້າ​ຜູ້ຕາງໜ້າ UNODC
(ພາບ: chinhphu.vn)


(vovworld) – ຕອນ​ບ່າຍ​ວັນ​ທີ 15/8, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Jeremey Douglas, ຫົວໜ້າ​ຜູ້ຕາງໜ້າ ​ເຂດ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ - ປາຊີ​ຝິກ ຂອງ​ອົງການ​ປ້ອງ​ການ ຕ້ານຢາ​ເສບ​ຕິດ ​ແລະ ອາດ​ສະ​ຍາ​ກອນ ສປຊ (UNODC). ທ່ານ Jeremey Douglas ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ໃນ​ການ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ຮ່ວມ​ມື​ກັບ UNODC ​ແລະ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ​ເພື່ອປ້ອງ​ການ ຕ້ານຢາ​ເສບ​ຕິດ ​ແລະ ອາດ​ສະ​ຍາ​ກອນ. ​ໃນ​ໂອກາດ​ນີ້, UNODC ​ແລະ ກະຊວງ​ແຜນການ ​ແລະ ຮ່ວມ​ມື “​ໂຄງການ​ແຫ່ງ​ຊາດ​ກ່ຽວ​ກັບການ​ປ້ອງ​ການ ຕ້ານຢາ​ເສບ​ຕິດ ​ແລະ ອາດ​ສະ​ຍາ​ກອນ, ​ໄລຍະ 2012-2017“ ​ເພື່ອ​ແນ​ໃສ່​ສະໜັບສະໜູນ ​ແລະ ໜູນ​ຊ່ວຍ​ການ​​ໃຫ້ສັດ​ຕະຍາ​ບັນ​ສົນທິສັນຍາ​ສາກົນ ​ແລະ ອະນຸ​ສັນຍາ ​ເຊິ່ງ UNODC ສວມ​ບົດບາດ​ຕິດຕາມ​ກວດກາ​ໃນ​ທົ່ວ​ໂລກ. UNODC  ​ໃຫ້​ຄຳ​ໝັ້ນ​ສັນຍາ​ໜູນ​ຊ່ວຍ ​ແລະ ປາຖະໜາ​ວ່າ ​ຫວຽດນາມ ຈະ​ມານະ​ພະຍາຍາມ​ປະຕິບັດ​ສຳ​ເລັດ​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ຄວບ​ຄູ​ມຢາ​ເສບຕິດ​ເຖິງ​ປີ 2020 ​ແລະ ກຳນົດ​ທິດ​ເຖິງ​ປີ 2030.

ຂ່າວ/ບົດ​ອື່ນ