ຫວຽດ​ນາມ​ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Abe Shinzo ຕໍ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ

(VOVWORLD) -ພາຍຫຼັງ ທ່ານນາຍົກລັດຖະມົນຍີ່ປຸ່ນ Abe Shinzo ປະກາດລາອອກຈາກຕຳແໜ່ງໃນຕອນບ່າຍວັນທີ 28 ສິງຫາ ຍ້ອນເຫດຜົນສຸຂະພາບ, ໃນທັນທີຫາງສຽງສາກົນ ໄດ້ເອົາໃຈໃສ່ເຖິງເຫດການທີ່ໄດ້ຖືວ່າແມ່ນອາການຊັອກຂອງພື້ນຖານເວທີການເມືອງຍີ່ປຸ່ນໃນໄລຍະໂລກລະບາດ Covid – 19 ພວມຄຸກຄາມ.
ຫວຽດ​ນາມ​ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Abe Shinzo ຕໍ່​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ - ảnh 1ທ່ານນາຍົກລັດຖະມົນຍີ່ປຸ່ນ Abe Shinzo (ພາບ: Bracknell News/VOV) 

ວັນທີ 28 ສິງຫາ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ເນັ້ນໜັກວ່າ: ທ່ານ Abe Shinzo ແມ່ນການນຳມີການປະກອບສ່ວນຫຼາຍຢ່າງຕໍ່ການພັດທະນາຂອງປະເທດຍີ່ປຸ່ນ ແລະ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດຢູ່ພາກພື້ນ ແລະ ໃນໂລກ. ຫວຽດນາມຕີລາຄາສູງຕໍ່ບັນດາການປະກອບສ່ວນສຳຄັນຂອງທ່ານນາຍົກລັດຖະມົນຕີ Abe Shinzo ຕໍ່ການພັດທະນາການພົວພັນລະຫວ່າງ ຫວຽດນາມ - ຍີ່ປຸ່ນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ວັດທະນາຖາວອນ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ແລະ ສາກົນ. ຫວຽດນາມ ຂໍອວຍພອນໃຫ້ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ສືບຕໍ່ມີການປະກອບສ່ວນທີ່ສຳຄັນຫຼາຍຢ່າງຕໍ່ການພັດທະນາຂອງປະເທດຍີ່ປຸ່ນກໍ່ຄືການພົວພັນຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.

ແລະ ໃນເຫດການທີ່ກ່ຽວຂ້ອງ, ບັນດາສຳນັກຂ່າວສານໃຫຍ່ຂອງອາເມລິກາເກືອບທັງໝົດລ້ວນແຕ່ຄັດສະເໜີຂໍ້ມູນຂ່າວກ່ຽວກັບທ່ານ Abe Shinzo ລາອອກຈາກຕຳແໜ່ງ. ໜັງສືພິມ New York Times ຖືວ່າ ລັດຖະບານ ອາເມລິກາຖືຍີ່ປຸ່ນແມ່ນປະເທດພັນທະມິດທີ່ມີທີ່ຕັ້ງສຳຄັນທີ່ສຸດຢູ່ອາຊີ. ເລື່ອງ ທ່ານ Abe Shinzo ລາອອກຈາກຕຳແໜ່ງຈະສ້າງຜົນສະທ້ອນໃດໜຶ່ງເຖິງຍຸດທະສາດການຕ່າງປະເທດຢູ່ອາຊີຂອງ ອຳນາດການປົກຄອງ ປະທານາທິບໍດີ Donald Trump.

ຕອບກັບ

ຂ່າວ/ບົດ​ອື່ນ