ຫວຽດນາມຕອບສະໜອງ ການສອບເສງຂຽນ ຈົດຫມາຍສາກົນ UPU ຄັ້ງທີ 43

ຫວຽດນາມຕອບສະໜອງ  ການສອບເສງຂຽນ ຈົດຫມາຍສາກົນ UPU ຄັ້ງທີ 43 - ảnh 1 

(ພາບ: vov )

(vovworld)- ຕອນ​​ເຊົ້າວັນ​ທີ 9/10, ກະຊວງ​ຖະ​ແຫຼ​ງຂ່າວ​ ​ແລະ ສື່ສານ​ຫວຽດນາມ ພ້ອມ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່ກ່ຽວຂ້ອງ​ໄດ້​ປຸກລະດົມການສອບ​ເສງ ຂຽນຈົດ​ຫມາຍສາກົນ UPU ຄັ້ງທີ 43 ຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ການ​ສອບ​ເສງສະຫງວນ​ໃຫ້​ນັກຮຽນ ​ແລະ ຜ່ານ​ນັ້ນຊ່ວຍ​ໃຫ້​ນັກຮຽນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ສັງຄົມ, ສະໜິດ​ຕິດ​ພັນ, ສາມັກຄີ, ​ມິດຕະພາບ​ລະຫວ່າງ​ບັນດາ​ປະຊາ​ຊາດ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານຫງວຽນ​ແທງ​ຮຶງ ​ຮອງ​ລັດຖະມົນຕີກະຊວງ​ຖະ​ແຫຼ​ງຂ່າວ​ ​ແລະ ສື່ສານ​ຫວຽດນາມ, ຊີ້​ແຈ້ງວ່າ:

   “ການ​ສອບ​ເສ​ງຂຽນ​ຈົດໝາຍ​ສາກົນ UPU ຄັ້ງທີ 43 ດ້ວຍ​ຫົວ​ເລື່ອງຈົ່ງ​ຂຽນ​ຈົດໝາຍ​ສະບັບ​ໜຶ່ງ​ກ່ຽວ​ກັບ​ເລື່ອງ​ດົນຕີ​ສາມາດ​ກະທົບ​ເຖິງ​ຊີວິດ​ການ​ເປັນ​ຢູ່​ຄື​ແນວ​ໃດ. ​ໃນ​ການ​ສອບ​ເສ​ງຄັ້ງທີ 42 ປີ 2013 ຜ່ານ​ມາ, ຫວຽດນາມ ມີ​ນັກຮຽນ​ຜູ້ 1 ​ໄດ້​ຮັບ​ລາງວັນ​ຊົມ​ເຊີຍ. ນີ້​ແມ່ນ​ຄວາມ​ເປັນ​ກຽດ, ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງນັກຮຽນຫວຽດນາມ. ຂ້າພະ​ເຈົ້າຫວັງ​ວ່າ, ກາ​ນສອບ​ເສ​ງຄັ້ງນີ້​ຈະ​ປະສົບ​ຜົນສຳ​ເລັດ​ດ້ວຍ​ຈົດໝາຍ​ມ່ວນ​ຂອງ​ບັນດາ​ນັກຮຽນ​ມາ​ຈາກ​ທຸກ​ເຂດ​ພາກ​ຂອງ​ປະ​ເທດ​ຊາດ​ຫວຽດນາມ“.

 

ຂ່າວ/ບົດ​ອື່ນ