ຫວຽດນາມຕອບສະໜອງວັນຄຸມກຳເນີດໂລກ ວັນທີ 26 ກັນຍາ

(VOVWORLD) - ວັນທີ 23 ກັນຍາ, ກົມໃຫຍ່ພົນລະເມືອງ - ການວາງແຜນຄອບຄົວ, ສະຫະພັນແມ່ຍິງຫວຽດນາມ, ບໍລິສັດ Bayer ຫວຽດນາມ ຈຳກັດ ໄດ້ຈັດຕັ້ງກອງປະຊຸມສຳມະນາດ້ວຍຫົວຂໍ້ “ເປັນເຈົ້າການຄຸມກຳເນີດ, ຄວາມຮັບຜິດຊອບບໍ່ສະເພາະຂອງຜູ້ໃດ”, ຕອບສະໜອງວັນຄຸມກຳເນີດໂລກ ວັນທີ 26 ກັນຍາ.
ຫວຽດນາມຕອບສະໜອງວັນຄຸມກຳເນີດໂລກ ວັນທີ 26 ກັນຍາ - ảnh 1 ແຜ່ຂະຫຍາຍຄວາມຮູ້ກ່ຽວກັບການຄຸມກໍາເນີດ (ພາບປະກອບ)

        ແຕ່ລະປີ, ຫວຽດນາມມີຜູ້ໄປທໍາແທ້ງລູກ ປະມານ 250 – 300 ພັນເທື່ອຄົນ. ການແທ້ງລູກທີ່ບໍ່ມີຄວາມປອດໄພແມ່ນສາຍເຫດຕົ້ນຕໍເຮັດໃຫ້ ເປັນໝັນ. ຮອດທ້າຍປີ 2019, ສິ້ນສຸດປີ 2019, ທົ່ວປະເທດ ຈະມີແມ່ຍິງ 256 ລ້ານຄົນໄດ້ຮັບຄໍາປຶກສາໂດຍກົງ, ກ່ຽວກັບວິທີການຄຸມກຳເນີດທີ່ເໝາະສົມ. ຄຽງຄູ່ກັນນັ້ນ, ການເຄື່ອນໄຫວໂຄສະນາໃນບັນດາພາຫະນະສື່ມວນຊົນ, ມະຫາຊົນກໍ່ໄດ້ຮັບການຍູ້ແຮງຜ່ານການສອບເສັງທາງອອນລາຍດ້ວຍຫົວຂໍ້ “ເຂົ້າໃຈກ່ຽວກັບການຄຸມລູກ”.

ຕອບກັບ

ຂ່າວ/ບົດ​ອື່ນ