ຫວຽດນາມຕອບສະໜອງວັນຊັບພະຍາກອນນຳ້ສາກົນ2016

ຫວຽດນາມຕອບສະໜອງວັນຊັບພະຍາກອນນຳ້ສາກົນ2016 - ảnh 1
(ພາບປະກອບ)

(vovworld) - ຕອນ​ເຊົ້າ​ວັນ​ທີ 22/3, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ແທງ​ຮ໋ວາ​ຈັດ​ຕັ້ງ​ງານ​ໂຮມ​ຊຸມ​ໜຸມສະ​ເຫຼີ​ມສະຫຼອງວັນ​ຊັບພະຍາກອນ​ນຳ້​ສາກົນປີ 2016 ດ້ວຍ​ຫົວ​ຂໍ້​ວ່າ  “ນຳ້ ​ແລະ ວຽກ​ເຮັດ​ງານ​ທຳ“. ກ່າວຄວາມ​ເຫັນ​ນະ​ພິທີ, ທ່ານ ຫງວຽນ​ມິ​ງກວາງ, ລັດຖະມົນຕີ​ວ່າການ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ, ​ໃຫ້​ຮູ້​ວ່າ. ປະຈຸ​ບັນ, ຢູ່​ຫວຽດນາມ, ​ແຫຼ່ງຊັບພະຍາກອນ​ນ້ຳ​ພວມ​ຢືນ​ຕໍ່ໜ້າ​ຄວາມ​ທ້າ​ທາຍ. ຢູ່​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ, ​ໄພ​ແຫ້ງ​ແລ້ງ ​ແລະ ນຳ້​ເຄັມ​ຊືມ​ເຂົ້າ ​ໄດ້​ຮັບ​ຖື​ວ່າ​ແມ່ນ​ໄພ​ທຳ​ມະ​ຊາດ​ຮ້າຍ​ແຮງ​ທີ່​ສຸດ​ໃນ​ໄລຍະ 100 ປີຜ່ານມາ, ​ເຮັດ​ໃຫ້​ປະຊາຊົນ​ເຄິ່ງລ້ານ​ຄົນ​ຢູ່​ເຂດ​ແຄມ​ທະ​ເລຂາ​ດນ້ຳ​ໃຊ້້​ຢ່າງ​ຮ້າຍ​ແຮງ… ທ່ານ​ລັດຖະມົນຕີ ຫງວຽນ​ມິ​ງກວາງ, ​ເນັ້ນ​ໜັກ​ວ່າ:

“ມື້​ນີ້, ​ເນື່ອງ​ໃນ​ໂອກາດ​ວັນ​ແຫຼ່ງຊັບພະຍາກອນ​ນຳ້​ສາກົນ, ພວກ​ເຮົາ​ຮຽກຮ້ອງ​ທຸກ​ຂັ້ນ, ທຸກຂະ​ແໜງ​ການ​ໃນ​ທົ່ວ​ປະ​ເທດ​ພ້ອມ​ກັນ​ໃຫ້​ຄຳ​ໝັ້ນ​ສັນຍາ, ກໍ່ສ້າງ​ນະ​ໂຍບາຍ​ຮັບປະກັນ​​ແຫຼ່ງຊັບພະຍາກອນ​ນຳ້, ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ສັງຄົມ​ຢ່າງ​ໝັ້ນຄົງ. ​ເພື່ອ​ເຮັດ​ສິ່ງ​ດັ່ງກ່າວ​ໃຫ້​ໄດ້, ຄວນ​ຍົກ​ສູງ​ປະສິດທິ​ຜົນ​ການ​ນຳ​ໃຊ້​ນຳ້​ໃນ​ທຸກຂະ​ແໜງ, ທຸກ​ຂົງ​ເຂດ. ສຳລັບ​ບັນດາ​ທ້ອງ​ຖີ່​ນ​ໃນ​ທົ່ວ​ປະ​ເທດ, ຂ້າພະ​ເຈົ້າ​ສະ​ເໜີ​ຄວນ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງຄວາມ​ຮຽກຮ້ອງ​ອັນ​ຮີບ​ດ່ວນ ​ແມ່ນ​ຕ້ອງ​ປົກ​ປັກ​ຮັກສາ, ປະຢັດ​ແຫຼ່ງຊັບພະຍາກອນ​ນຳ້.“

ກ່ອນ​ໜ້າ​ນັ້ນ, ຕອບ​ສະໜອງ​ວັນ​ຊັບພະຍາກອນ​ນຳ້​ສາກົນ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ສົມທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ​ແທງ​ຮ໋ວາ​ ຈັດ​ຕັ້ງກອງ​ປະຊຸມ​ສຳ​ມະ​ນາ ດ້ວຍ​ຫົວ​ຂໍ້​ວ່າ “ນ້ຳ ​ແລະ ວຽກ​ເຮັດ​ງານ​ທຳ“. ງານ​ວາງສະ​ແດງ​ຮູບ​ພາບ “ນຳ້ ​ແລະ ວຽກ​ເຮັດ​ງານ​ທຳ“, ​ແລະລາຍການ​ສະ​ແດງ​ສິລະ​ປະ​ເພື່ອ​ສະ​ເຫຼີ​ມສະຫຼອງ ວັນ​ຊັບພະຍາກອນ​ນຳ້​ສາກົນ 2016.

ຂ່າວ/ບົດ​ອື່ນ