ຫວຽດນາມຕອບສະໜອງວັນມາດຕະຖານໂລກ 14/10

     ຫວຽດນາມຕອບສະໜອງວັນມາດຕະຖານໂລກ 14/10 - ảnh 1
(vovworld)- ວັນ​ທີ 14/10, ຢູ່​ຮ່າ​ໂນ້ຍ, ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລຢີ​ຫວຽດ​ນາມ​ໄດ້​ຈັດ​ພິ​ທີ​ສະ​ເຫຼີມ​ສະຫຼອງ 69 ປີ​ແຫ່ງວັນ​ມາດ​ຕະ​ຖານ​ໂລກ (14/10/1946-14/10/2015) ດ້ວຍ​ຫົວ​ຂໍ້ : “ ມາດ​ຕະ​ຖານ-ພາ​ສາ​ລວມ​ຂອງ​ໂລກ” . ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລຢີ​ຫວຽດ​ນາມ​ ເຈີນ​ຫວຽດ​ແທ່ງ ຊີ້​ແຈ້ງວ່າ :

     “ ພວກ​ເຮົ​າຄວນຍູ້​ແຮງການ​ສ້າງ, ນຳ​ໃຊ້​ມາດ​ຕະ​ຖານ​ແຫ່ງ​ຊາດ, ມາດ​ຕະ​ຖານ​ພື້ນ​ຖານ​ເພື່ອ​ຮັບ​ໃຊ້​ແກ່​ການ​ເຄື່ອນ​ໄຫວ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ ແລະ ປົກ​ປ້ອງ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ໃຫ້​ແກ່​ວິ​ສາ​ຫະ​ກິດ ກໍ​ຄື​ຜູ້​ໃຊ້​ສອຍ​ຫວຽດ​ນາມ. ຜົນ​ງານ​ທີ່ພວກ​ເຮົາບັນ​ລຸ​ໄດ້​ແມ່ນ​ດີ​ສົມ​ຄວນ, ແຕ່​ເຮັດ​ແນວ​ໃດ​ເພື່ອ​ຮັກ​ສາ​ຄຸນ​ນະ​ພາບ, ປັບ​ປຸງ​ການ​ເຄື່ອນ​ໄຫວ, ປະ​ສິດ​ທິ​ຜົນ​ເພື່ອຢັ້ງ​ຢືນ​ບັດ​ບາດ​ທີ່​ຕັ້ງ​ຂອງ​ລະ​ບົບ​ມາດ​ຕະ​ຖານ​ຢູ່​ພາຍ​ໃນ​ປະ​ເທດ, ພ້ອມ​ທັງ​ກ້າວ​ໄປ​ເຖິງ​ການ​ເຊື່ອມ​ໂຍງ​ທີ່​ນັບ​ມື້​ນັບ​ເລິກ​ເຊິ່ງ​ກ້​ວາງ​ຂວາງ​ເຂົ້າ​ກັບ​ພາກ​ພື້ນ ແລະ ສາ​ກົນ”

ຂ່າວ/ບົດ​ອື່ນ