ຫວຽດນາມຕອບສະໜອງວັນສິ່ງແວດລ້ອມໂລກ

ຫວຽດນາມຕອບສະໜອງວັນສິ່ງແວດລ້ອມໂລກ - ảnh 1
(ພາບປະກອບ)

​(vovworld) - ຕອນ​ບ່າຍ​ວັນ​ທີ 02/06, ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຈັດພິທີ​ໂຮມ​ຊຸມນຸມ​ມິ​ດຕິງ​ຕອບ​ສະໜອງ​ວັນ​ສິ່ງ​ແວດ​ລ້ອມ​ໂລກ 08/06 ​ແລະ ສັບປະດາ​ທະ​ເລ ​ແລະ ​ໝູ່​ເກາະ​ຫວຽດນາມ 2015 ​ແຕ່​ວັນ​ທີ 01 – 08/06. ວັນສິ່ງ​ແວດ​ລ້ອມ​​ໂລກປີ​ນີ້ມີຫົວ​ຂໍ້​ວ່າ “ພ້ອມ​ກັນ​ໃຊ້​ສອຍ​ຢ່າງ​ມີຄວາມ​ຮັບ​ຜິດ​ຊອບ - ​ເພື່ອ​ໜ່ວຍ​ພິພົບ​ໝັ້ນຄົງ”. ກ່າ​ວຄຳ​ເຫັນ​ທີ່​ພິທີ, ທ່ານ ​ເລ​ບ໋າ​ຈິ່ງ, ຮອງ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໃຫ້​ຮູ້​ວ່າ, ພັກ, ລັດ ຫວຽດນາມ ​ໄດ້​ມີ​ກຳນົດ​ທິດ​ສຳຄັນ​ໃນ​ການ​ປົກ​ປັກຮັກສາ​ສິ່ງ​ແວ​ດລ້ອມ, ຮັບ​ໃຊ້​ໜ​້າທີ່​ພັດທະນາ​ເສດຖະກິດ​ສັງຄົມ. ​ໃນ​ຍຸດ​ທະ​ສາດ​ປົກ​ປັກ​ຮັກສາ​ສິ່ງ​ແວ​ດລ້ອມ​ແຫ່ງ​ຊາດ​ຮອດ​ປີ 2010 ​ແລະ ກຳນົດ​ທິດ​ຮອດ​ປີ 2020, ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຮັບ​ໜ້າ​ທີ່​ສົມທົບ​ກັບ​ບັນດາ​ອົງການ​ສະມາ​ຊິກ ປະຕິບັດລາຍການ “ທົ່ວ​ປວງ​ຊົນ​ເຂົ້າ​ຮ່ວມ​ການ​ປົກ​ປ​ັກຮັກສາ​ສິ່ງ​ແວດ​ລ້ອມ”.

ຂ່າວ/ບົດ​ອື່ນ