ຫວຽດນາມຕອບສະໜອງວັນສິ່ງແວດລ້ອມໂລກປີ2015

ຫວຽດນາມຕອບສະໜອງວັນສິ່ງແວດລ້ອມໂລກປີ2015 - ảnh 1
(ຫວຽດນາມຕອບສະໜອງວັນສິ່ງແວດລ້ອມໂລກປີ 2015)

​(vovworld) - ​ເພ່ືອ​ຕອບສະໜອງວັນ​ສິ່ງ​ແວດ​ລ້ອມ​ໂລກ, ຕອນ​ເຊົ້າ​ວັນ​ທີ 05/06, ຢູ່​ນະ​ຄອນ ວິ້ງ​ອຽນ, ​ແຂວງ​ວິ້ງ​ຟຸກ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວ​ດລ້ອມ, ສູນ​ກາງ​ສະມາຄົມຊາວ​ກະສິກອນ​ຫວຽດນາມ, ສູນ​ກາງ​ສະມາຄົມ​ຜູ້ອາຍຸ​ສູງ​ຫວຽດນາມ ​ແລະ ຄະນະ​ກຳມະການ​ປະຊາຊົນ​ແຂວງ​ວິ້ງ​ຟຸກ ​ໄດ​້ສົມທົບ​ກັນ​ຈັດ​ຕັ້ງງານ​ໂຮມ​ຊຸມ​ນຸມ​ແຫ່ງ​ຊາດ​ຕອບ​ສະໜອງ​ວັນ​ສິ່ງ​ແວດ​ລ້ອມ​ໂລກ 2015.

    ທີ່​ງານໂຮມ​ຊຸມ​ນຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸງຫາຍ ສະ​ເໜີ​ໃຫ້ອຳນາດ​ການ​ປົກຄອງທຸກ​ຂັ້ນ, ບັນດາ​ຂະ​ແໜງ, ອົງການ​ຈັດ​ຕັ້ງ​ມະຫາຊົນ, ບັນດາ​ອົງການ​ການ​ເມືອງ​ສັງຄົມ ​ແລະ ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ມີ​ການ​ເຄື່ອນ​ໄຫວ​ແທດ​ຈິງ ​ເພື່ອ​ຕອບ​ສະໜອງ​​ວັນ​ວິ່ງ​ແວດ​ລ້ອມ​ໂລກ ​ແລະ ຮ່ວມ​​ແຮງ​ຮ່ວມ​ໃຈປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ.

    “ຕ້ອງ​ສືບ​ຕໍ່​ປະຕິບັດ​ບັນດາ​ມາດ​ຕະການ​ເພື່ອ​ສ້າງ​​ໂຄງ​ປະກອບ​ເສດຖະກິ​ດຄືນ​ໃໝ່ ຕາມ​ທິດ​ພັດທະນາ​ຢ່າງເລິກ​ເຊິ່ງ, ຊຸກຍູ້ ສົ່ງ​ເສີມ​ບັນດາ​ວິ​ສາ​ກິດ​ພັດທະນາ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ບໍ່​ກໍ​ມົນ​ລະ​ຜິດ​ເຖິງສິ່ງ​ແວດ​ລ້ອມ ​ແລະ ປະຢັດ​ພະລັງງານ; ລະ​ດົມ ​ແລະ ນຳ​ໃຊ້​​ບັນດາ​ແຫຼ່ງໜູນ​ຊ່ວຍ​ທາງ​ການ, ບັນດາ​ແຫຼ່ງລົງທຶນ​ຈາກ​ອົງການ ​ແລະ ສ່ວນ​ບຸກຄົນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດຢ່າງ​ມີ​ປະສິດທິ​ຜົນ ​ເພື່ອມຸ່ງ​ໄປ​ເຖິງ​ການ​ສ້າງ​ພື້ນຖານ​ເສດຖະກິດ​ຂຽວ. ພົນລະ​ເມືອງ​ຫວຽດນາມ​ແຕ່ລະຄົນ, ​ແຕ່​ລະ​ອົງການ​ວິ​ສາ​ຫະກິດ ດ້ວຍ​ການ​ກະທຳ​ທີ່ແທດ​ຈິງ ຈົ່ງປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ຢູ່​​ແຕ່ລະໃນ​ຄອບຄົວ, ​​ບໍ​ລິ​ເວນ, ອົງການ​ຈັດ​ຕັ້ງ, ທ້ອງ​ຖິ່ນ​ຂອງ​ຕົນ ​ເພື່ອ​ປະຕິບັດ​ການ​ຄຸ້ມ​ຄອງ, ນ້ຳ​ໃຊ້, ຂຸດ​ຄົ້ນ​ບັນດາ​ແຫຼ່ງຊັບພະຍາກອນ​ຢ່າງ​ມີ​ປະສິດທິ​ຜົນ ຕິ​ດພັນ​ກັບ​ການ​ປົກ​ປັກ​ຮັກສາ​ຢ່າງ​ໝັ້ນຄົງ.”

ຂ່າວ/ບົດ​ອື່ນ